ງ້ວນໃບໃຫຍ່ / Cowslip creeper

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Telosma cordata (Burm. f.) Merr. /ASCLEPIADACEAE
ຊື່ພ້ອງ
Asclepias cordata Burm.f.
Cynanchum odoratissimum Lour.
Oxystelma ovatum P.T. Li & S.Z. Huang
Pergularia minor Andrews
Telosma minor (Andrews) Craib
Telosma odoratissima (Lour.) Coville
ຊື່ອື່ນ
ຊື່ໄທ: ສະລິດ, ຂະຈໍ, ຜັກສະລິດ, ກະຈອນ, ຂະຈອນ, ສະລິດປ່າ, ຄາເຣົາ ແລະ ຜັກຂິກ
ຊື່ສາມັນ: Cowslip creeper
ບັນຍາຍລັກສະນະພືດສາດ

ລຳຕົ້ນເປັນລຳເລືອ ພັນຕາມຕົ້ນໄມ້ໃຫຍ່, ຮູບກົມ, ພາກສ່ວນອ່ອນສີຂຽວປົນແດງ, ພາກສ່ວນແກ່ສີນ້ຳຕານ. ໃບດ່ຽວ, ຈັບຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຫົວໃຈ, ກ້ວາງ 4-8 ຊມ, ຍາວ 6-10 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວມີຂົນສັ້ັັັນກະຈາຍຢູ່ທົ່ວແຜ່ນໃບ. ກ້ານໃບກົມ, ຍາວ 1-2 ຊມ, ສີຂຽວ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ. ດອກຍ່ອຍມີ 8-20 ດອກ, ຮູບລຳໂພງ. ກາບດອກມີ 5 ກາບ, ຮູບໄຂ່, ຂອບລຽບ, ປາບແຫຼມ, ສີຂຽວ, ມີຂົນປົກຄຸມຢ່າງໜາແໜ້ນ. ກີບດອກເຊື່ອມຕິດກັນເປັນຫຼອດ, ຮູບທໍ່ກົມ, ພາຍໃນກີບດອກມີຂົນຢ່າງອ່ອນນຸ້ມຈັບຢູ່ຢ່າງໜາແໜ້ນ, ປາຍແຍກອອກເປັນ 5 ແສກ, ຮູບໄຂ່, ຮູບຫອກ ຫຼື ຮູບຮີ, ກ້ວາງ 0.3-0.5 ຊມ, ຍາວ 0.8-1 ຊມ, ສີເຫຼືອງປົນສີສົ້ມ. ເກສອນຜູ້ມີ 2 ອັນ, ຮູບແກ່ນຖົ່ວ, ສີຂາວ. ເຕົ້າໄຂ່ຮູບໄຂ່, ຄໍເຕົ້າໄຂ່ຍາວປະມານ 3 ມມ, ຮວງຮັບນູນຂຶ້ນເລັກນ້ອຍ. ໝາກເປັນຝັກ, ຮູບຮີ, ຍາວ 5-8 ຊມ, ໝາກແຫ້ງແລ້ວແຕກ. ແກ່ນມີເສັ້ນໄຍສີຂາວ, ມີຂະໜາດນ້ອຍ, ສີນ້ຳຕານ ຫຼື ສີດຳ.

ບັນຍາຍການນຳໃຊ້

ເປັນອາຫານ: ຍອດ ຫຼື ໃບອ່ອນນຳໄປໃສ່ແກງແຄ, ຫຼວກກັບແຈ່ວ. ໝາກອ່ອນໃຊ້ເປັນເຄື່ອງຄຽງກິນສົດ ຫຼື ຫຼວກກັບແຈ່ວ. ດອກສາມາດກິນສົດ, ຫຼວກກັບແຈ່ວ ແລະ ຍັງນຳມາປຸ່ງແຕ່ງອາຫານໄດ້ຫຼາຍເມນູ.

ສັບພະຄຸນທາງດ້ານການຢາ: ແກ້ອາການເຈັບຫົວ, ວຽນຫົວ, ປວດຮາກ, ຊ່ວຍບຳລຸງສາຍຕາ, ແກ້ຕາອັກເສບ, ແກ້ຫວັດ, ແກ້ໄຂ້, ຊ່ວຍຂັບສຽມຫະ, ບຳລຸງເລືອດ, ຮັກສາເລືອດເປັນພິດ, ບຳລຸງຫົວໃຈ, ປອດ, ຕັບ, ໄຕ່, ບຳລຸງທາດ, ຊ່ວຍຖອນພິດ, ຂັບສານພິດ, ຊ່ວຍແກ້ທ້ອງອືດທ້ອງເຟີ້, ຊ່ວຍລະບົບຂັບຖ່າຍ ແລະ ຊ່ວຍເພີ່ມພູມຕ້ານທານໃຫ້ກັບຮ່າງກາຍ.

 ນອກຈາກນີ້ແລ້ວດອກຍັງສາມາດນຳໄປເຮັດພວງມະໄລຂາຍອີກດ້ວຍ.

ການປະກອບສ່ວນ