ຊາພູສັນ ແຂວງຊຽງຂວາງ

Andy Souvanphakdy
ຊາພູສັນ ຂຶ້ນຊື່ເລື່ອງລົດຊາດທີ່ແຊບອັນເປັນເອກະລັກ ແລະ ໃຫ້ຄຸນປະໂຫຍດແກ່ຮ່າງກາຍຫຼາຍຢ່າງ
ຜະລິດຕະພັນທີ່ເປັນມໍລະດົກຂອງລາວ
phakhaolao.la

ຊາ ຫຼື ນໍ້າຊາ ເປັນທີ່ຮູ້ຈັກກັນດີໃນທົ່ວທຸກມຸມໂລກ ນັ້ນກໍເພາະວ່າ ນໍ້າຊາມີລົດຊາດແຊບ ກິ່ນຫອມ ແລະ ຍັງສົ່ງຜົນດີຕໍ່ສຸຂະພາບຫຼາຍຢ່າງ, ແຕ່ຮູ້ບໍ່ວ່າຊາທຸກຊະນິດ ໃນແຕ່ລະພື້ນທີ່ມີລົດຊາດ ແລະ ໃຫ້ປະໂຫຍດທີ່ແຕກຕ່າງກັນ

ປະເທດລາວ ເປັນໜຶ່ງໃນຫຼາຍປະເທດທີ່ມີເງື່ອນໄຂອັນເໝາະສົມສຳລັບການປູກຊາ ໂດຍສະເພາະເຂດເນີນສູງ ແລະ ພູພຽງບໍລິເວນ, ບ້ານອໍອັ້ນ ໜຶ່ງໃນບ້ານທີ່ເຮັດການຜະລິດຊາເປັນອາຊີບຫຼັກ ເນື່ອງຈາກຢູ່ຕິດກັບພູຊັນໃຫ່ຍ ເຊິ່ງເປັນສະຖານທີ່ ທີ່ພວກເຮົາຈະໄດ້ພົບກັບຊາບູຮານ ຫຼື ຊາປ່າ ອນມີຊື່ສຽງເລື່ອງລົດຊາດທີ່ແຊບອັນເປັນເອກະລັກ ຈົນກາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ແລະ ໃຫ້ຄຸນປະໂຫຍດແກ່ຮ່າງກາຍຫຼາຍຢ່າງ ເຊິ່ງລະບຸໄວ້ໃນຜະລິດຕະພັນວ່າ ຊ່ວຍເຮັດໃຫ້ຮູບຮ່າງດີ, ຫຼຸດໄຂມັນໃນເສັ້ນເລືອດ, ຕ້ານພະຍາດເບົາຫວານ, ຕ້ານການເປັນມະເຮັງ, ບຳລຸງຮ່າງກາຍ ເປັນຕົ້ນ.

ທ່ານ ປານູ ມົວ ຫົວໜ້າກຸ່ມຜະລິດຊາເຂດພູສັນໃຫ້ສຳພາດວ່າ: ຊາພູສັນເປັນໜຶ່ງໃນຊາທີ່ມີຄຸນນະພາບດີ ແລະ ລົດຊາດແຊບ ເນື່ອງຈາກເປັນຊາທີ່ປູກໂດຍໃຊ້ຝຸ່ນທຳມະຊາດ ປາສະຈາກສານເຄມີ 100%, ເຊິ່ງຈະມີກົດລະບຽບພາຍໃນກຸ່ມໃນການຫ້າມໃຊ້ສານເຄມີຢ່າງເຄັ່ງຄັດ ແລະ ກຸ່ມຜະລິດຊາຍັງມີເງື່ອນໄຂການປູກທີ່ເໝາະສົມເຊັ່່ນ: ດິນທີ່ອຸດົມສົມບູນ ແລະ ມີອາກາດທີ່ເຢັນຕະຫຼອດທັງປີ. 

ນອກນັ້ນ, ຜະລິດຕະພັນ ຊາພູສັນ ມີຂັ້ນຕອນການຜະລິດທີ່ໄດ້ມາດຕະຖານເຊັ່ນ: ຂັ້ນຕອນການເກັບໃບຊາ, ການຮັກສາ, ການຂົ້ວ, ແລະ ການຕາກເປັນຕົ້ນ ເຊິ່ງກຸ່ມຜູ້ຜະລິດຊາຈະເລີ່ມເກັບໃບຊາ ໃນ ວັນທີ 15 ເດືອນມີນາ ຂອງທຸກໆປີ, ຫຼັງຈາກທີ່ເກັບມາໄວ້ແລ້ວກໍຈະນຳມາເບີຍລົມໃຫ້ແຫ້ງ ແລ້ວຈຶ່ງນຳມາຂົ້ວດ້ວຍມື ໃຊ້ອຸນນະພູມປະມານ 120-130ໍc ຊຶ່ງຈະຄົນຢູ່ຕະຫຼລອດເວລາ ປະມານ 25 ນາທີ ເພື່ອທີ່ຈະເຮັດໃຫ້ຊາບໍ່ໄໝ້ ແລະ ມີສີສັນທີ່ຂຽວງາມ. ຫຼັງຈາກຂົ້ວແລ້ວ ກໍຈະນຳມານວດ ແລະ ໄປຕາກແດດ ກ່ອນທີ່ຈະນຳມາຄັດເຂົ້າຖົງເປັນຜະລິດຕະພັນຊາທີ່ໄດ້ຄຸນນະພາບ

ຄວາມພິເສດຂອງຊາຕາກແຫ້ງ ຫຼື ຊາເໝົາ ຖ້າາເຮົາເກັບໄວ້ດົນຄຸນນະພາບ ແລະ ກິ່ນຫອມກໍຈະສູງຂຶ້ນເລື້ອຍໆຕາມໄລຍະເວລາ

 

 

ສົນໃຈຜະລິດຕະພັນຕິດຕໍ່ 

ທ່ານ ນາງ ຄຳຜຸຍ ຊາຂຽວ 020 2857 4503 ຫຼື 020 5531 9900

ທ່ານ ປານູ ມົວ 020 29209056

ສະຖານທີ່ຈັດຈຳໜ່າຍນະຄອນຫຼວງວຽງຈັນ ທາດຫຼວງສະແຄ໌ວ

 

ການປະກອບສ່ວນ