ໝົກໄຂ່ປາ
ໝົກໄຂ່ປາ ອາຫານຕາມລະດູການ ຕາມວິທີການປຸງແຕ່ງພື້ນເມືອງແລ້ວ ເພື່ອບໍ່ໃຫ້ມີກິ່ນຄາວ ແລະ ເພີ່ມກິ່ນຫອມໃຫ້ອາຫານ ຜູ້ຄົນກໍຈະປຸງແຕ່ງດ້ວຍພືດສະໝຸນໄພຕ່າງໆທີ່ຫາໄດ້ຕາມຮົ້ວສວນ ຖືໄດ້ວ່າເປັນອາຫານທີ່ເຮັດງ່າຍ ແລະ ຍັງໄດ້ປະໂຫຍດຈາກການຮັບປະທານສະໝຸນໄພອີກດ້ວຍ
ເຮືອນຄົວລາວ
phakhaolao.la
ສ່ວນປະກອບ
- ໄຂ່ປາ 1 ຖ້ວຍນ້ອຍ
- ໃບຂີ້ຫູດ 3 ໃບ
- ຜັກຊີ 1 ມັດນ້ອຍ
- ຜັກອີຕູ່ 1 ມັດນ້ອຍ
- ຫອມບົ່ວໃບ 1 ມັດນ້ອຍ
- ຫອມບົ່ວແຫ້ງ 3 ຫົວ
- ຫົວສີໄຄ 2 ຫົວ
- ຂ່າ 3 ປ່ຽງນ້ອຍ
- ໝາກເຜັດດິບ 7-10 ໝາກ
- ໄຂ່ໄກ່ 1 ໜ່ວຍ
- ເຂົ້າເບືືືືອ 1 ບ່ວງແກງ
- ໃບຕອງ
ວິທີປຸງແຕ່ງ
- ກຽມໝໍ້ສຳລັບໜື້ງ
- ລ້າງຜັກຊີ,ຜັກນາງຕູ່ດຫອມບົ່ວໃບ ໃຫ້ສະອາດ ແລ້ວຊອຍຂະໜາດພໍດີ
- ລ້າງໄຂ່ ໃຫ້ສະອາດ
- ຕຳຫອມບົ່ວແຫ້ງ,ຫົວສີໄຄ,ຂ່າ ໃຫ້ລະອຽດ
- ເອົາໄຂ່ປາ,ໄຂ່ໄກ່,ເຄື່ອງທີ່ຕຳ,ເຂົ້າເບື່ອ,ໝາກເຜັດ,ໃບຂີ້ຫູດ ແລະ ຫອມ ມາຄົນໃຫ້ເຂົ້າກັນ ປຸງລົດຊາດຕາມໃຈມັກ
- ນຳໃບຕອງມາຫໍ່ ແລ້ວໄປໜື້້ງ ໄຊ້ໄຟແຮງ, ໜື້້ງປະມານ 45 -60 ນາທີ ຫຼື ຈົນກວ່າໜົກຈະສຸກດີ
ແນະນຳ:
- ສາມາດນໍ້າໄປປີ້ງແທນການໜຶ້ງໄດ້ ແຕ່ຈະຕ້ອງໄດ້ເຝົ້າຢູ່ຕະຫຼອດເວລາເພື່ອຄວບຄຸມໄຟບໍ່ໃຫ້ໄໝ້ໝົກ
- ວິທີການປີ້ງຈະເຮັດໃຫ້ອາຫານມີກິ່ນຫອມຫຼາຍຂຶ້ນ