ໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ ຫຼວງພະບາງ ປີນີ້ມີຄວາມຄຶກຄື້ນ

ງານໂລະລາດ ເປັນປະເພນີໜຶ່ງທີ່ຊາວນະຄອນຫຼວງພະບາງ ໄດ້ຊ່ວຍກັນປົກປັກຮັກສາ ແລະ ສືບທອດກັນມາເປັນເວລາເຫີງນານ
ໂລະລາດໃນງານບຸນຫໍ່ເຂົ້າປະດັບດິນ ຢູ່ນະຄອນ-ຫຼວງພະບາງ ປີນີ້ມີຄວາມຄຶກຄື້ນ
ແຂວງຫລວງພະບາງ

ໃນວັນທີ 13 ກັນຍາ ທີ່ຜ່ານມານີ້, ທາງອົງການປົກຄອງນະຄອນຫຼວງພະບາງ ໄດ້ຈັດງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ, ເນື່ອງໃນໂອກາດບຸນຫໍ່ເຂົ້າປະດັບດິນ, ຊ່ວງເຮືອເດືອນເກົ້າ ປະຈຳປີ ພ.ສ 2566 ຄ.ສ 2023 ໂດຍມີ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ແລະ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ, ພ້ອມດ້ວຍການນຳຂັ້ນແຂວງ, ຂັ້ນນະຄອນ-ເມືອງ, ມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມຢ່າງຟົດຟື້ນ.

ງານໂລະລາດ ຫຼື ລົງຕະຫຼາດນັດແບບມວນຊົນ ໄດ້ຈັດຂຶ້ນເປັນປະຈຳ ພໍຮອດມື້ແຮມ 13 ຄໍ່າ ເດືອນ 9 ຢູ່ຖະໜົນສີສະຫວ່າງວົງ (ເສັ້ນທາງກາງເມືອງ) ເລີ່ມແຕ່ 3 ແຍກບ້ານຈູ້ມຄ້ອງ (ໜ້າຫໍພະບາງ) ຫາ 3 ແຍກ ພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໂດຍມີ ບັນດາພໍ່ຄ້າ, ແມ່ຄ້າ-ຊາວຂາຍ ທັງພາຍໃນ, ແຂວງອ້ອມຂ້າງ ແລະ ຕ່າງປະເທດ ພ້ອມດ້ວຍປະຊາຊົນພາຍໃນແຂວງຫຼວງພະບາງ ໄດ້ນຳເອົາສິນຄ້າກະສິກຳ ແລະ ຜະລິດຕະພັນ ສີໄມ້ລາຍມືຂອງຕົນມາວາງສະແດງຂາຍ ເປັນຕົ້ນແມ່ນເຄື່ອງຫັດຖະກຳ, ອຸດສາຫະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປ່າຂອງດົງ, ເຄື່ອງອຸປະໂພ-ບໍລິໂພກ, ເຄື່ອງໃຊ້ໃນຄົວເຮືອນ, ອາຫານ-ເຄື່ອງກິນດື່ມ ແລະ ໝາກໄມ້ຊະນິດຕ່າງໆ ທີ່ນຳມາປະກອບເປັນເຂົ້າຫໍ່ໂປ້ ຫຼື ເຂົ້າປະດັບດິນ ເຊິ່ງງານໂລະລາດ ເປັນປະເພນີໜຶ່ງ ທີ່ຊາວຫຼວງພະບາງ ເມືອງມໍລະດົກໂລກ ໄດ້ພ້ອມກັນອະນຸລັກປົກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກສະເພາະຂອງຕົນ ທີ່ໄດ້ສືບທອດກັນມາແຕ່ເຫິງນານ. 

ໃນໂອກາດຽວກັນນັ້ນ ທ່ານ ສົມຫວັງ ພົມມະກອນ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ນະຄອນ-ຫຼວງພະບາງ ຍັງໄດ້ໃຫ້ຮູ້ຕື່ມວ່າ: ການໂລະລາດຢູ່ຫຼວງພະບາງ ໃນປີໜຶ່ງຈະມີ 2 ຄັ້ງຄື ບຸນປີໃໝ່ລາວ ແລະ ບຸນຫໍ່ເຂົ້າປະດັບດິນ, ເພື່ອໃຫ້ງານໂລະລາດມີຄວາມເປັນລະບຽບຮຽບຮ້ອຍ ຄະນະຮັບຜິດຊອບ ໄດ້ປຸກລະດົມໃຫ້ຊາວຄ້າຂາຍ ນຳເອົາສິນຄ້າມາວາງຂາຍ ທັງຈັດສັນໃຫ້ມີຄວາມເປັນລະບຽບ.

ແຫຼ່ງຂ່າວ: ແຂວງຫລວງພະບາງ 

ການປະກອບສ່ວນ