ເຄື່ອງຫໍ່ເຂົ້າ ສຳລັບບຸນຫໍ່ເຂົ້າປະດັບດິນ

Andy Souvanhphukdee
ບຸນຫໍ່ເຂົ້າປະດັບດິນ ມີພິທີການທີ່ສຳຄັນຄື ການເຮັດຫໍ່ເຂົ້າ ເພື່ອອຸທິດສ່ວນກຸສົນໄປໃຫ້ດວງວິນຍານຜູ້ລ່ວງລັບໄປແລ້ວ ໃນຕອນເຊົ້າມືດ, ເຊິ່ງປະກອບໄປດ້ວຍພືດທັນຍາຫານ ທີ່ອຸດົມສົມບູນໃນລາວ
ພູມປັນຍາທ້ອງຖິ່ນ
https://www.laobizmedia.com/2019/511
Lao Biz Media

       ຄຳວ່າ ເຂົ້າປະດັບດີນ ໄດ້ແກ່ເຂົ້າ ແລະ ຂອງຄາວ, ຫວານ ພ້ອມທັງ ຫມາກພູ, ຢາສູບ ທີ່ຫໍ່ດ້ວຍໃບຕອງ, ຢາຊອງ ຫລື ວັດຖຸອື່ນໆ ແລ້ວນຳໄປວາງ ຫລື ຫ້ອຍໄວ້ຕາມຕົ້ນໄມ້ ຫລື ພື້ນດີນ ໃນຕອນເຊົ້າມືດ ຊື່ວ່າ ເຂົ້າປະດັບດີນ, ກຳນົດການທຳ ໃນວັນແຮມ 14 ຄໍ່າ ເດືອນ 9 ຕາມແບບສະໄຫມເກົ່າ
      ແຕ່ສະໄຫມປະຈຸບັນເຫັນວ່າ ເຖີງໃຫ້ໄປ ຜູ້ຕາຍກໍ່ບໍ່ໄດ້ຮັບຜົນ ຈຶ່ງນິຍົມເອົາໄປຖະຫວາຍພະສົງແລ້ວຈິ່ງອຸທິດໃຫ້ຜູ້ຕາຍ ຈຶ່ງຈະໄດ້ຮັບຜົນ ດັ່ງຕົວຢ່າງ ຍາດພະເຈົ້າພິມພິສານ ກີນຂອງສົງແລ້ວຕົກນາລົກ ເຖີງ 91 ກັບ. ດັ່ງນັ້ນພະເຈົ້າພິມພິສານ ຈຶ່ງທຳບຸນຖວາຍທານແກ່ ພະພຸດທະເຈົ້າ, ພ້ອມພະສົງ 500 ອົງ ແລ້ວອຸທິດໃຫ້ຍາດ  ເພື່ອໃຫ້ຍາດໄດ້ຮັບ ແລະ ໄປເກີດໃນສະຫວັນ
     ມູນເຫດແຫ່ງການທໍາບຸນ: ມີເລື່ອງເລົ່າໄວ້ໃນພະທຳມະບົດວ່າ ຍາດຂອງພະເຈົ້າພິມພິສານ ກິນຂອງສົງ ຕາຍໄປເກີດເປັນເຜດ. ພະເຈົ້າພິມພິສານໄດ້ຖະຫວາຍທານແກ່ພະສົງ ມີພະພຸດທະເຈົ້າເປັນປະທານ, ແຕ່ບໍ່ໄດ້ຊົງອຸທິດຜົນທານນັ້ນໄປໃຫ້ແກ່ ເຜດທີ່ເປັນຍາດ. ເມື່ອບໍ່ໄດ້ຮັບຜົນທານ ກໍພາກັນເປັ່ງສຽງພິລືກທີ່ຫນ້າເພີ່ງກົວ ໃກ້ພະລາດຊະນີເວດໃນຍາມລາຕີ. 
      ຕື່ນເຊົ້າຂຶ້ນມາ ພະເຈົ້າພິມພິສານກໍ່ໄປທູນຖາມພະພຸດທະອົງ ແລ້ວພະອົງກໍ່ແນະທາງໃຫ້ເຊັ່ນ: ໃຫ້ຖະຫວາຍທານ ສົ່ງປັດໃຈໄທຍະທານທຳອຸທິດໄປໃຫ້ ແລະ ເຜດທີ່ເປັນຍາດກໍ່ໄດ້ຮັບຜົນທານ. ໃນຂະນະ ການທຳບຸນເຂົ້າປະດັບດີນກໍ່ຖືກັນວ່າ ເຮັດບຸນອຸທິດຜົນໃຫ້ແກ່ຍາດທີ່ຕາຍແລ້ວ, ຊາວລາວເຮົາສ່ວນຫລາຍເອົາໃຈໃສ່ປະເພນີນີ້ດີແທ້ ເພາະຖືກັນວ່າເປັນ ວັນລະນຶກເຖີງຍາດໆ.

ວິທີປະຕິບັດ
      ເຖີງວັນແຮມ 13 ຄ່ຳ ຕຽມທຳອາຫານຄາວຫວານມີ ເຜືອກ, ມັນ, ສາລີ, ເຂົ້າຕົ້ມເຂົ້າຫນົມ, ນ້ຳອ້ອຍ, ນ້ໍາຕານ ແລະ ຢາສູບໃຫ້ພຽງພໍ ກະວ່າໃຫ້ແບ່ງເປັນສີ່ສ່ວນ: ສ່ວນໜຶ່ງລ້ຽງດູໃນຄອບຄົວ ແຈກຍາດພີ່ນ້ອງ, 1 ສ່ວນອຸທິດໃຫ້ຍາດທີ່ຕາຍໄປ, 1 ສ່ວນທໍາບຸນຕັກບາດ, 1 ສ່ວນ ເມື່ອເຖີງຕອນເຊົ້າ ນຳເອົາຂອງທີ່ຈັດໄວ້ສ່ວນໜຶ່ງ ໄປຕັກບາດຖວາຍພຣະສົງ.

ເຄື່ອງໃສ່ຫໍ່ເຂົ້າ:
ເຂົ້າສຸກ, ສາລີ, ເຂົ້າຕົ້ມ, ເຂົ້າຕອກແຕກ, ຖົ່ວດິນ, ຊີ້ນ ແລະ ປາ, ໝາກສີດາ, ໝາກເໝົ້າ, ໝາກບົກ, ໝາກເຄັງ, ໝາກແຊວ, ອ້ອຍ, ກ້ວຍ, ຄຳໝາກ, ກອກຢາ, ດອກໄມ້ 1 ຄູ່ , ທຽນ 1 ຄູ່. ຫຼັງຈາກທີ່ກຽມຄົບແລ້ວ ໃຫ້ນຳໄປຫໍ່ໃສ່ໃບຕອງ.

ຂໍ້ມູນ: ປຶ້ມວັດທະນະທຳລາວ, ບົດສຶກສາປະເພນີລາວໃນຮີດສິບສອງກ່ຽວກັບບຸນເດືອນເກົ້າ(ບຸນຫໍ່ເຂົ້າປະດັບດິນ)

ການປະກອບສ່ວນ