ພາເຂົ້າລາວ ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະເລີກ ໂຄງການກະສິກຳເພື່ອໂພຊະນາການ ໄລຍະ2 ຄັ້ງວັນທີ07-08 ກັນຍາ 2023

ພາເຂົ້າລາວ ເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະເລີກ ໂຄງການກະສິກຳເພື່ອໂພຊະນາການ ໄລຍະ2
www.phakhaolao.la

 

ໃນວັນທີ 7-8 ກັນຍາ 2023, ພາເຂົ້າລາວ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາກ່ຽວກັບການເລີ່ມຕົ້ນໂຄງການກະສິກຳເພື່ອໂພຊະນາການ - ໄລຍະ II (AFN II) ທີ່ໄດ້ຮັບທຶນຈາກໂຄງການອາຫານໂລກ (WFP), ກອງທຶນສາກົນເພື່ອການພັດທະນາກະສິກຳ (IFAD) ແລະ ລັດຖະບານ ແຫ່ງ ສປປ ລາວ. ກອງ​ປະຊຸມ​ດັ່ງກ່າວ​ໄດ້​ມີ​ຜູ້​ເຂົ້າ​ຮ່ວມທັງໝົດ 200 ກວ່າ​ຄົນ ໂດຍ​ຈັດ​ຂື້ນ​ຢູ່​ທີ່​ດອນ​ຈັນ​ພາ​ເລດ ນະຄອນຫຼວງ​ວຽງ​ຈັນ.

ໂດຍການຮ່ວມມືກັບ NAFRI, ທີມງານພາເຂົ້າລາວຢູ່ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ຈະສະໜອງຄວາມຮູ້ກ່ຽວກັບແຫຼ່ງອາຫານທ້ອງຖິ່ນ ແລະ ການຄຸ້ມຄອງອາຫານປ່າໃຫ້ແກ່ຄູ່ຮ່ວມງານ ແລະ ຜູ້ໄດ້ຮັບຜົນປະໂຫຍດຈາກ AFN II. ສໍາລັບຈຸດປະສົງດັ່ງກ່າວ NAFRI ແລະ CDE ຈະສັງລວມຄວາມຫຼາກຫຼາຍທາງດ້ານກະສິກໍາເຂົ້າໃນຖານຂໍ້ມູນພາເຂົ້າລາວ (www.phakhaolao.la), ເຊິ່ງມີຈຸດປະສົງເພື່ອເປັນສູນລວມຄວາມຮູ້ທີ່ເປັນ່ເອກະສານ ແລະ ຄຳເວົ້າໃນຂອບເຂດທົ່ວປະເທດ. ຖານຂໍ້ນີ້ຈະສ້າງຄວາມສະດວກໃນການເຂົ້າເຖິງໄດ້ງ່າຍສໍາລັບນັກຮຽນ, ນັກຄົ້ນຄວ້າ, ຜູ້ຊ່ຽວຊານດ້ານການພັດທະນາ, ຜູ້ຕັດສິນໃຈ, ຊຸມຊົນທ້ອງຖິ່ນ, ແລະ ພາກເອກະຊົນ.

 

ການປະກອບສ່ວນ