ປະເມີນຄວາມເປັນໄປໄດ້ໃນການແປຮູບໜໍ່ໄມ້ໃຫ້ກາຍເປັນສິນຄ້າໂອດ໋ອບ

ຄະນະຮັບຜິດຊອບສິນຄ້າໂອດ໋ອບຂັ້ນເມືອງ ເມືອງໃໝ່ ແຂວງ ຜົ້ງສາລີ ໄດ້ລົງປະເມີນການເຮັດໜໍ່ສະຫວັນ ໃຫ້ກາຍເປັນສິນຄ້າໂອດ໋ອບ
ປະເມີນຄວາມເປັນໄປໄດ້ໃນການແປຮູບໜໍ່ໄມ້ໃຫ້ກາຍເປັນສິນຄ້າໂອດ໋ອບ
ຂ່າວເສດຖະກິດ-ການຄ້າ Lao Economic Daily

 

ໃນຕອນເຊົ້າຂອງວັນທີ 5 ກັນຍາ 2023 ນີ້ ຄະນະຮັບຜິດຊອບສິນຄ້າໂອດ໋ອບຂັ້ນເມືອງ ເມືອງໃໝ່ ແຂວງ ຜົ້ງສາລີ ໄດ້ລົງປະເມີນການເຮັດໜໍ່ສະຫວັນ ໃຫ້ກາຍເປັນສິນຄ້າໂອດ໋ອບ ຢູ່ທີ່ ບ້ານ ຫ້ວຍອຸນ ເມືອງໃໝ່ ແຂວງ ຜົ້ງສາລີ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມແປນ ວົງອິນປອນ ຫົວໜ້າຫ້ອງການ ອຸສາຫະກຳ-ການຄ້າ ເມືອງໃໝ່ ມີ ທ່ານ ພອນບຸນ ລໍວັນທອງ ນາຍບ້ານ ຫ້ວຍອຸນ ມີບັນດາຄະນະຮັບຜິດຊອບ, ກອງເລຂາ ສິນຄ້າໂອດ໋ອບ ຂັ້ນເມືອງ ຕະຫຼອດຮອດພໍ່ແມ່ປະຊາຊົນຂັ້ນເມືອງເຂົ້າຮ່ວມ.

ເພື່ອປະເມີນຄວາມເປັນໄປໄດ້ໃນການແປຮູບໜໍ່ໄມ້ໃຫ້ກາຍເປັນໜໍ່ສະຫວັນ ແລະ ຍົກລະດັບໃຫ້ກາຍເປັນສິນຄ້າໂອດ໋ອບ ຂອງເມືອງ ທີ່ຈະຊ່ວຍໃຫ້ປະຊາຊົນມີອາຊີບເສີມ ມີລາຍຮັບເຂົ້າໃນຄອບຄົວເພີ່ມຂື້ນ, ຈາກນັ້ນຄະນະຮັບຜິດຊອບສິນຄ້າໂອດ໋ອບຂັ້ນເມືອງໄດ້ພ້ອມກັນລົງເກັບກຳຂໍ້ມູນຢ່າງລະອຽດ ກ່ຽວກັບວິທີການແປຮູບ, ຕົ້ນທຶນການຜະລິດ ແລະ ຂັ້ນຕອນໃນການຜະລິດ ໂດຍນຳເອົາໜໍ່ໄມ້ມາຊອຍຕົ້ມ ແລະ ນຳໄປຕາກແດດໃຫ້ແຫ້ງ.

ໂດຍການປຸງແຕ່ງ ປະກອບດ້ວຍ 3 ສູດ ຄື: ສູດທີ່ 1 ແມ່ນການນຳມາປຸງໃສ່ກັບຊອດຫອຍ, ສູດທີ 2 ແມ່ນນຳໜໍ່ປຸງໃສ່ນໍ້າຕານ ແລະ ສູດທີ 3 ແມ່ນການນຳໜໍ່ມາປຸງໃສ່ຊອດຫອຍ ກັບ ນ້ຳຕານ, ທັງສາມສູດນີ້ພາຍຫຼັງປຸງແຕ່ງສຳເລັດແລ້ວ ແມ່ນນຳໄປຕາກແດດໃຫ້ແຫ້ງ, ຈາກນັ້ນກໍເກັບຮັກສາໄວ້ເພື່ອນຳໄປປຸງແຕ່ງເປັນອາຫານ ໂດຍສະເພາະແມ່ນການຈືນກິນເປັນອາຫານ

ສໍາລັບປະລິມານໃນການແປຮູບນີ້ແມ່ນ ໜໍ່ໄມ້ດິບ 15 ກິໂລ ຈະໄດ້ໜໍ່ສະຫວັນທີ່ສຳເລັດສົມບູນ 1 ກິໂລ ແລະ ການຜະລິດໜໍ່ສະຫວັນເປັນກຸ່ມຄອບຄົວຕົວແບບທັງໝົດ 5 ຄອບຄົວ, ພ້ອມນັ້ນ ທ່ານ ສົມແປນ ວົງອິນປອນ ໄດ້ມີຄໍາເຫັນຕື່ມວ່າຈະພະຍາຍາມສືບຕໍ່ສົ່ງເສີມ ບັນດາບ້ານໃນທົ່ວເມືອງ ເຮັດການຜະລິດ ຜະລິດຕະພັນພື້ນບ້ານ ໃຫ້ກາຍເປັນສິນຄ້າໂອດ໋ອບ ພາຍໃນ 1 ປີ ໃຫ້ໄດ້ 2 ຜະລິດຕະພັນໃນທົ່ວເມືອງ ແລະ ຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ສືບຕໍ່ຜະລິດໜໍ່ສະຫວັນ ໂດຍເນັ້ນໃຫ້ມີຄວາມສະອາດ, ປອດໄພ ແລະ ມີປະລິມານຫຼາຍຂື້ນ ຈົນສາມາດສົ່ງອອກທ້ອງຕະຫຼາດພາຍໃນ ແລະ ຕ່າງປະເທດ.

ແຫຼ່ງຂໍ້ມູນ: ຂ່າວເສດຖະກິດ-ການຄ້າ Lao Economic Daily

ການປະກອບສ່ວນ