ແກງໜໍ່ໄມ້ ໃສ່ຍານາງ (ຊີ້ນໝູ ຫຼື ຜັກຂະ)

Andy Souvanhphukdee
ລະດູຝົນເປັນລະດູການທີ່ ຊີວະນາໆພັນຕ່າງໆ ກຳລັງງອກງາມ ໂດຍສະເພາະໜໍ່ໄມ້ໃຫ່ຍ. ຊາວບ້ານໃນຫຼວງນ້ຳທານິຍົມ ແກງໜໍ່ໄມ້ ໃສ່ປາແດກ, ໃບຍ່ານາງ ແລະ ເຂົ້າເບືອ ເປັນສ່ວນປະສົມຫຼັກ
ເຮືອນຄົວລາວ
https://www.pintaram.com/u/l.vilada/1629064107847407921_6242370830
LittleChef (@l.vilada)

ສວ່ນປະສົມ
•  ໃບຍານາງ ສົດ 1 ກຳມືໃຫ່ຍ
•  ນ້ຳ 2 ຈອກກາເຟ
•  ໜໍ່ໄມ້ສົດ 500 g
•  ໝາກເຜັດສຸກ 4 ໜ່ວຍ
•  ນ້ຳສຳລັບຕົ້ມໜໍ່ໄມ້
•  ເກືອ 1 ບ່ວງຊາ
•  ຄະນໍ 2 ບ່ວງຊາ
•  ເຂົ້າເບືອ 2-3 ບ່ວງແກງ
•  ປາແດກ ½ ຈອກກາເຟ (ໃສ່ຕ່ອນປາແດກ ຖ້າຕ້ອງການ), ຫຼື ຈະໃສ່ນ້ຳປາ ພ້ອມກະປິ ຫຼື ນ້ຳປູ¼ ຈອກກາເຟແທນປາແດກ

ຜັກ ແລະ ສະມຸນໄພເພີ່ມເຕີມ
•  ໃບໝາກເຜັດ 2-4 ໃບ 
•  ຫອມເປ 2 ມັດນ້ອຍ ຫຼື 1 ມັດໃຫ່ຍ ຊອຍ ½ ຈອກກາເຟ
•  ຍອດໝາກອຶ 2 ກຳມື ຫຼື ໝາກອຶ
•  ຍອດໝາກບວບ 2-3 ຍອດ ຫຼື ໝາກບວບ ຕັດຍາວ 5 ຊມ
•  ໝາກຖົ່ວຍາວ ຕັດຍາວ 5 ຊມ 1 ຈອກກາເຟ
•  ຜັກອີ່ຕູ່ 2 ຍອດ

ສຳລັບ 6 ຄົນ

ວິທີປຸງແຕ່ງ
1.  ຕຳຍານາງໃສ່ຄົກ, ຫຼັງຈາກນັ້ນ ຕັກອອກໃສ່ຊາມ ພ້ອມໃສ່ນ້ຳ 2 ຈອກກາເຟ ຍ່ອງ ຫຼື ຖູ ເພື່ອທີ່ຈະໄດ້ນ້ຳຍາງນາງ (ຫຼື ປັ່ນດ້ວຍເຄື່ອງປັ່ນອາຫານຈົນກວ່່ານ້ຳຈະເປັນໂຟມ), ຫຼັງຈາກນັ້ນ ຕອງເອົານ້ຳ ແລ້ວຖິ້ມໃບ
2.  ຖ້າໃຊ້ໜໍ່ດອງ, ໃຫ້ຊອຍຍາວ 5 ຊມ
3.  ຖ້າໃຊ້ໜໍ່ໄມ້ສົດ, ໃຫ້ຊອຍຍາວ 5 ຊມ  ແລ້ວນໍາໄປຕົ້ມນ້ຳ 15 ນາທີ ເພື່ອບໍ່ໃຫ້ຂົມ
4.  ຈີ່ໝາກເຜັດ, ແລ້ວຕຳໃສ່ລົງຄົກພ້ອມເກືອ (ຄະນໍ ຖ້າໃສ່)
5.  ໃສ່ສ່ວນປະສົມຕ່າງໆທີ່ກຽມໄວ້ ພ້ອມໜໍ່ໄມ້, ນ້ຳຍ່ານາງ ແລະ ນ້ຳທຳມະດາ ປະມານ 4 ຈອກກາເຟລົງໝໍ້, ນຳໄປຕົ້ມ. ໃສ່ເຂົ້າເບືອ ແລ້ວຕົ້ມປະມານ 15ນາທີ
6.  ໃສ່ປາແດກ ຕາມດ້ວຍຜັກ ແລະ ສະມຸນໄພຕ່າງໆ, ປິດຝາຕົ້ມໄວ້ ປະມານ 2-3 ນາທີ. ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ. ລົດຊາດອາດຈະເຕັມໄປດ້ວຍກິ່ນຂອງສະມຸນໄພ ແລະ ຂົມໜ້ອຍໜຶ່ງ

ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ

ຄຳແນະນຳ

ຖ້າໃສ່ຊີ້ນໝູ ໃຫ້ນຳໄປຕົ້ມ ກ່ອນທີ່ຈະໃສ່ໜໍ່ໜໍ່ລົງໝໍ້ 5-10 ນາທີ

ເພີ່ມຜັກຂະ ຫຼື ຜັກຂະແຍງ ເປັນສະມຸນໄພເພີ່ມເຕີມ

ການປະກອບສ່ວນ