ງູກ່ານປ້ອງເຫຼືອງ / Mangrove Snake
APA 6th ed. ງູກ່ານປ້ອງເຫຼືອງ / Mangrove Snake. (2023, March 10). Retrieved from https://www.phakhaolao.la/index.php/kb/0001471
MLA 8th ed. ງູກ່ານປ້ອງເຫຼືອງ / Mangrove Snake. Pha Khao Lao, 10 March 2023, https://www.phakhaolao.la/index.php/kb/0001471.
Chicago 17th ed. Pha Khao Lao. 2023. "ງູກ່ານປ້ອງເຫຼືອງ / Mangrove Snake." Published March 10, 2023. https://www.phakhaolao.la/index.php/kb/0001471.
Triglyphodon dendrophilum A.M.C. Duméril & Bibron, 1854
Dipsadomorphus dendrophilus Boulenger, 1896
Boiga dendrophila Brongersma, 1934
English: Mangrove Snake and gold-ringed cat snake.
ເປັນງູທີ່ມີຄວາມຍາວຫຼາຍ, ລຳໂຕເປັນຮູບ 3 ຫຼ່ຽມເລັກນ້ອຍ, ຂະໜາດໃຫຍ່, ຄາງໃຫຍ່ ຄາງກະໄຕແຂງແຮງຫຼາຍເວລາກັດຫຍັງແລ້ວບໍ່ຍອມປ່ອຍ, ບາງໂຕຮ້າຍ ແລະ ມີພິດ, ໂຍນໂຕເພື່ອກັດໄດ້ຢ່າງວ່ອງໄວ, ແຕ່ມີພິດອ່ອນເວລາກັດຈະເຮັດໃຫ້ເຈັບ ແລະ ພວມ ແຕ່ບໍ່ເຮັດໃຫ້ເສຍຊີວິດໄດ້. ລຳໂຕມີສິດຳເຂັ້ມສະຫຼັບກັບສີເຫຼືອງເຂັ້ມເປັນໄລຍະ, ຮິມຝີປາກຮອດໃຕ້ຄາງມີສີເຫຼືອງສົດ, ລຳໂຕດ້ານເທິງມີສີດຳ ແລະ ມີແຖບສີເຫຼືອງເປັນວົງແຫວນຄາດເທິງລຳໂຕ ແລະ ຫາງ ໂດຍບໍລິເວນລຳໂຕຫາຮິມຝີປາກມີ 8 ແຖບ, ແລະ ຫາງມີ 35-45 ແຖບ. ລຳຄໍມີສີເຫຼືອງ, ທ້ອງມີສີເທົາ, ລຳໂຕມີຂະໜາດໃຫຍ່ ແລະ ໜາ, ຫຼັງລຽບ, ຫົວແຍກຈາກລຳຄໍຊັດເຈນ, ດັງສັ້ນ ແລະ ຂ້ອນຂ້າງກົມ, ຕາມີຂະໜາດໃຫຍ່, ມີແກ່ນຕາສີດຳທີ່ມີລັກສະນະດິ່ງລົງ.
ຖິ່ນອາໄສ: ມັກຫົດໂຕຢູ່ຕາມລືບໄມ້, ໂພງໄມ້ທີ່ມີຄວາມຊຸ່ມ.
ອາຫານ: ອາຫານຂອງພວກມັນໄດ້ແກ່ ໜູ, ປາ, ກະປອມ, ລູກນົກ ແລະ ໄຂ່. ມັກອອກຫາກິນໃນຍາມກາງຄືນ ໂດຍສະເພາະແມ່ນເຂດທີ່ມີຄວມຊຸ່ມ ແລະ ບາງຄັ້ງກໍ່ຫາກິນເທິງຕົ້ນໄມ້. ກາງເວັນຈະເຫງົາເບິ່ງຄືບໍຮ້າຍ ແຕ່ກາງຄືນເປັນງູທີ່ຄ່ອງແຄ້ວວອງໄວ.
ພຶດຕິກຳ: ເປັນງູທີ່ມີພິດອ່ອນ ມີແຂ້ວພິດຢູ່ບໍລິເວນໃຕ້ຕາ, ນິໄສດຸຮ້າຍເມື່ອຖືກລົບກວນ, ປົກກະຕິບໍ່ອັນຕະລາຍເມື່ອຖືກກັດ ແຕ່ຈະສະແດງອາກາດເປັນພິດອອກມາໂດຍມີລັກສະນະບວມ ແລະ ເຈັບເລັກນ້ອຍ.
ການປະສົມພັນ: ວາງໄຂ່ຄັ້ງລະ 4-15 ໜ່ວຍ, ເວລາໃນການຟັກໄຂ່ແມ່ນ 12 ອາທິດ, ລູກງູທີ່ອອກມາຈະມີຄວາມຍາວລຳໂຕປະມານ 35-43 ຊມ.