ເຕົ່ານາ / Mekong Snail-eating Turtle

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Malayemys subtrijuga (Schlegel & Müller, 1845) / Geoemydidae
ຊື່ພ້ອງ
Emys hermanni SCHWEIGGER 1812: 311 (?)
Emys subtrijuga SCHLEGEL & MÜLLER in TEMMINCK 1845
Emys nuchalis BLYTH 1863: 82
Damonia (?) crassiceps GRAY 1870
Damonia oblonga GRAY 1871: 367
Damonia subtrijuga — BOULENGER 1889
Cistudo gibbosa BLEEKER 1889 (nomen nudum)
Damonia subtrijuga — DE ROOIJ 1915: 295
Malayemys subtrijuga, LINDHOLM 1931: 30
Malayemys subtrijuga — MANTHEY & GROSSMANN 1997: 450
Malayemys subtrijuga — COX et al. 1998: 129
Malayemis [sic] subtrijuga — CHAN-ARD et al. 1999: 226
Malayemys subtrijuga — SCHILDE 2004
Malayemys subtrijuga — BROPHY 2004
Malayemys subtrijuga — TTWG 2014
Malayemys subtrijuga — TTWG 2021
ຊື່ອື່ນ
ລາວ: ເຕົ່າສາມສັນ ແລະ ເຕົ່ານາ
ໄທ: ເຕົ່າສາມສັນ ແລະ ເຕົ່ານາ
ອັງກິດ: Snail-eating Turtle.
ສະຖານະພາບການອະນຸລັກ
Near Threatened
ພັນລະນາລັກສະນະສັນຖານ

      ລັກສະນະຮູບຮ່າງຂອງເຕົ່ານາມີລັກສະນະຄ້າຍຄືກັບເຕົ່າທົ່ວໄປ, ມີຂະໜາດນ້ອຍ, ໜັກປະມານ 0.5 ກິໂລ. ກະດອງສ່ວນເທິງເປັນສີນ້ຳຕານອ່ອນ, ຍາວເຕັມທີ່ປະມານ 21 ຊມ, ມີສັນສາມສັນ, ຂອບລຽບ, ສີຄີມ, ກະດອງສ່ວນລຸ່ມເປັນສີເຫຼືອງ ຫຼື ສີຂາວອອກເຫຼືອງ ມີແຕ້ມສີດຳທຸກແຜ່ນເກັດ. ຫົວດຳມີລາຍສີຂາວເປັນເສັ້ນໃຫຍ່ຈາກດັງຜ່ານໄປໃນຕາຕອນເທິງ ແລະ ຈາກປາກຜ່ານໃນຕາຕອນລຸ່ມ, ມີລາຍຂາວທີ່ແກ້ມ, ລາຍເສັ້ນຂາວໃຫຍ່ນີ້ເປັນຈຸດເດັ່ນຂອງເຕົ່າຊະນິດນີ້. ຂາມີ 4 ຂາ, ທີ່ສາມາດຫົດເຂົ້າໃນກະດອງໄດ້, ຜິວໜັງທົ່ວໄປ ແລະ ຂາມີສີເທົ່າດຳ.
       ຖິ່ນອາໄສ: ພົບທົ່ວໄປທຸກພາກ, ພົບບໍລິເວນເຂດຊຸ່ມນ້ຳ ໄດ້ແກ່: ໜອງນ້ຳ, ແມ່ນ້ຳ ແລະ ລຳຄອງທີ່ມີຂີ້ຕົມ.
       ອາຫານ: ເປັນເຕົາທີ່ບໍ່ມັກກິນພືດຜັກ, ແຕ່ມັກກິນຫອຍ, ກຸ້ງ, ປານ້ອຍ ແລະ ແມງໄມ້ຕ່າງໆ.
       ພຶດຕິກຳ: ເປັນເຕົ່າທີ່ຂີ້ຢ້ານ, ບໍ່ມັກຄົນ ຖ້າເຫັນຄົນຈະຍຸດນິ້ງ, ບໍ່ເໜັງຕິງ ແລະ ຫົວລີ້ຢູ່ໃນກະດອງ.

Wikipedia commons
Malayemys khoratensis (ຂອບສີສົ້ມ), Malayemys macrocephala (ຂອບສີຟ້າ), Malayemys subtrijuga (ຂອບສີຂຽວ).
ບັນຍາຍການນຳໃຊ້

ອາຫານ: 

  • ຊີ້ນເຕົ່າ: ໃຊ້ເປັນອາຫານໄດ້, ແຕ່ບໍ່ນິຍົມ.

ສັບພະຄຸນ: 

  • ໃຊ້ກະດອງເອິກ: ຊ່ວຍຖອນພິດຟົກບວມອັກເສບ, ຖອນພິດສັດກັດຕ່ອຍ, ແກ້ກະສ່າຍ, ແກ້ຫືດ ແລະ ບຳລຸງນ້ຳນົມ.
  • ຫົວເຕົ່າ: ມີຣົດຈືດ, ຄາວ ມີສັບພະຄຸນແກ້ຕັບຊຸດໂຊມ, ແກ້ມ້າມຍ່ອຍມ້າມໃຫຍ່ ແລະ ແກ້ປັດສະວະພິການ.

ສາສະໜາ:  ຕາມຄວາມເຊື່ອວ່າຖ້ານຳເຕົ່າໄປປ່ອຍຖືວ່າເປັນການປ່ອຍເຄາະປ່ອຍນາມໃຫ້ໄປຕາມແຫຼ່ງນ້ຳ, ຊ່ວຍໃຫ້ອາຍຸຍືນຍາວ, ຖ້າຫາກເຈັບປ່ວຍຢູ່ຈະເຮັດໃຫ້ອາການເຈັບປ່ວຍບັນເທົາລົງ, ໃຫ້ຄົນໃນຄອບຄົວມີອາຍຸຍືນ ແລະ ຫ່າງຫາຍຈາກພະຍາດໂລຄາໄພໄຂ້ເຈັບ.

ການສຶບພັນ ແລະ ວົງຈອນຊີວິດ

       ການຂະຫຍາຍພັນ: ເນື່ອງຈາກເປັນເຕົ່າທີ່ພົບທົ່ວໄປຕາມທ້ອງນາ ຈຶ່ງເອີ້ນວ່າເຕົ່ານາ. ເຕົ່ານາມັກວ່າງໄຂ່ໃນຊ່ວງລະດູແລ້ງປະມານ 10 ໜ່ວຍ ແລະ ໄຂ່ຈະຟັກປະມານຝົນຫ່າທຳອິດຂອງລະດູຝົນ, ໄລຍະການຟັກໄຂ່ໃຊ້ເວລາ 57-292 ວັນ.

ການປະກອບສ່ວນ