ນົກເປັດນ້ຳນ້ອຍ / Little Grebe
APA 6th ed. ນົກເປັດນ້ຳນ້ອຍ / Little Grebe. (2022, May 23). Retrieved from https://www.phakhaolao.la/index.php/kb/0001439
MLA 8th ed. ນົກເປັດນ້ຳນ້ອຍ / Little Grebe. Pha Khao Lao, 23 May 2022, https://www.phakhaolao.la/index.php/kb/0001439.
Chicago 17th ed. Pha Khao Lao. 2022. "ນົກເປັດນ້ຳນ້ອຍ / Little Grebe." Published May 23, 2022. https://www.phakhaolao.la/index.php/kb/0001439.
English: Dabchick, Little Grebe ແລະ Little Grebe (Little).
French: Grèbe castagneux ແລະ Grèbe castagneux (ruficollis).
Japanese: カイツブリ, カイツブリ (ruficollis グループ), カイツブリ(ruficollis グループ), カイツムリ, ニオ ແລະ ニオドリ.
Korean: 논병아리 ແລະ 논병아리.
Vietnamese: Chim ba nhíc, Chim Bánh ít, Chim lặn, Chim lặn nhỏ, Chim Le hôi ແລະ Le hôi.
Chinese: 小䴙䴘, 小䴙䴘(广布), 水葫芦, 王八鴨子 ແລະ 王八鸭子.
ນົກເປັດນ້ຳນ້ອຍເປັນນົກນ້ຳຂະໜາດນ້ອຍ, ລຳໂຕມີຂະໜາດ 25-29 ຊມ, ປາກແຫຼມສີເຫຼືອງອ່ອນ, ນົກໂຕເຕັມໄວໜ້າຜາກ, ຫງ່ອນດົ້ນຮອດຫຼັງເປັນສີນ້ຳຕານເຂັ້ມ, ຄໍສີແດງ, ແກ້ມ, ອົກ ແລະ ທ້ອງມີສີນ້ຳຕານແກມເຫຼືອງ, ຂົນໃນລະດູປະສົມພັນໜ້າ ແລະ ແກ້ມເປັນສີນ້ຳຕານແດງເຂັ້ມ, ສີຂ້າງສີນ້ຳຕານ, ປາກດຳ, ໂຄນປາກເຫຼືອງ, ຕາສີເຫຼືອງ. ນົກໄວອ່ອນມີປາກສີເຫຼືອງປາຍສີດຳເລັກນ້ອຍ, ແກ້ມ ແລະ ຂ້າງຄໍມີລາຍສີດຳສະຫຼັບຂາວ, ສີປາກຈະເຂັ້ມຂຶ້ນຕາມໄວ. ຕີນຈະມີແຜນບາງໆເຊື່ອມລະຫວ່າງນິ້ວເປັນຊ່ວງໆຈາກໂຄນເຖິງປາຍນິ້ວ, ແຕ່ນິ້ວຕີນແຍກກັນບໍ່ຄືຕີນເປັດ, ບິນໄດ້ໄລຍະສັ້ນ
ສຽົງຮ້ອງ: ຮ້ອງແບບຣົວ "ກຣິ້ກໆ.....ກຣີ້ກ"
ຖິ່ນອາໄສ: ພົບຕາມໜອງນ້ຳທຳມະຊາດ, ບຶງ, ທະເລສາບ, ບໍລິເວນທີ່ຮາບພຽງຈົນເຖິງລະດັບຄວາມສູງໃນໜ້ານ້ຳທະເລ 800 ແມັດ, ເປັນສັດສະເພາະຖິ່ນ.
ອາຫານ: ອາຫານຂອງນົກເປັດນ້ຳນ້ອຍ ເຊັນ: ປາ, ຂຽດ, ແມງໄມ້ອື່ນໆ.
ພຶດຕິກຳ: ມັກດຳນ້ຳນ້ຳຫຼຸບໆ ໂຜ່ໆລົງໄປໃຕ້ນ້ຳຢ່າງໄວວາ, ພວກມັນເປັນນັກລອຍນ້ຳ ແລະ ນັກດຳນ້ຳທີ່ເກັ່ງ ແລະ ວອງໄວ ເຊິ່ງຈະມັກລົງໄປຈັບປາ ແລະ ສັດນ້ຳເປັນອາຫານ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານ.
ລະດູປະສົມພັນ: ການປະສົມພັນຂອງເປັດນ້ຳນ້ອຍແມ່ນມີເກືອບຕະຫຼອດປີ ຄື: ແຕ່ເດືອນມັງກອນ ຫາ ເດືອນກັນຍາ, ແຕ່ຊ່ວງທີ່ມີການປະສົມພັນຫຼາຍແມ່ນຊ່ວງລະດູຝົນຄື ເດືອນມິຖຸນາ ຫາ ເດືອນກັນຍາ ໂດຍມັກເຮັດຮັງ ແລະ ວາງໄຂ່ໃນຊ່ວງລະດູຝົນຫຼາຍທີ່ສຸດຂອງປີ, ປົກກະຕິຈະມີໄຂ່ປະມານ 3-5 ຟອງ. ນົກເປັດນ້ອຍເປັນນົກທີ່ຈັບຄູ່ເກົ່າຫຼາຍກວ່າ 1 ຄູ່ປະສົມພັນ.