ນາກນ້ອຍເລັບສັ້ນ / Oriental Small-clawed Otter
APA 6th ed. ນາກນ້ອຍເລັບສັ້ນ / Oriental Small-clawed Otter. (2022, May 30). Retrieved from https://www.phakhaolao.la/index.php/kb/0001429
MLA 8th ed. ນາກນ້ອຍເລັບສັ້ນ / Oriental Small-clawed Otter. Pha Khao Lao, 30 May 2022, https://www.phakhaolao.la/index.php/kb/0001429.
Chicago 17th ed. Pha Khao Lao. 2022. "ນາກນ້ອຍເລັບສັ້ນ / Oriental Small-clawed Otter." Published May 30, 2022. https://www.phakhaolao.la/index.php/kb/0001429.
ຊື່ສາມັນ: Asian small-clawed otter, oriental small-clawed otter ແລະ small-clawed otter
ຫົວ ແລະ ລໍາຕົວຍາວ: 36-46 ຊມ. ຫາງຍາວ: 24-35 ຊມ.
ສັງເກດເຫັນວ່າເປັນນາກຊະນິດນ້ອຍ ແລະ ສັ້ນກວ່ານາກຊະນິດອື່ນໆ ຂອງລາວ, ເປັນນາກຊະນິດທີ່ນ້ອຍທີ່ສຸດໃນໂລກ, ໂຕຜູ້ມີຂະໜາດໃຫຍ່ກວ່າໂຕແມ່ເລັກນ້ອຍ, ລຳໂຕ ແລະ ຫາງຍາວ 45-55 ຊມ, ຫາງຍາວ 25-35 ຊມ, ນ້ຳໜັກໂຕຍາວ 1-3 ກິໂລ. ຕີນຂອງມັນມີລັກສະນະຄ້າຍຕີນເປັດ ແລະ ມີເລັບນ້ອຍເຫຼື້ອມຕິດຢູ່ໃກ້ປາຍນິ້ວ. ມີດັງທີ່ສັ້ນກວ່ານາກຊະນິດອື່ນ. ມີຂົນເປັນສີນ້ຳຕານໝົ່ນ, ສີຂົນທາງຂ້າງ-ທ້ອງມີລັກສະນະຈາງກວ່າ, ຂົນເຂດຄໍເປັນສີເນື້ອ, ລັກສະນະດັ່ງກ່າວອາດ ແລະ ສາມາດປ່ຽນສີຂົນໄດ້ຕາມລະດູການ ເປັນຄວາມຍຸ້ງຍາກດ້ານການຈັດຈຳແນກຄວາມແຕກຕ່າງໃນພາກສະໜາມຂອງຊະນິດດັ່ງກ່າວຈາກຊະນິດອື່ນ.
ອຸປະນິໄສ: ເປັນສັດທີ່ຫາກິນກາງເວັນ, ພວກມັກຈະຢູ່ເປັນກຸ່ມ 4-6 ຕົວ, ບາງຄັ້ງພົບເປັນຝູງມີເຖິງ 12 ຕົວ. ພວກມັນກິນຫອຍ ແລະ ປູ, ກຸ້ງ, ປາ ເປັນອາຫານ.
ສຽງຮ້ອງ: ວີອຸກ "wiuk". ພວກມັນຍັງໃຊ້ສຽງຮ້ອງດັງໆແບບມີຄວາມແຄ້ນ ແລະ ໃຊ້ສຽງຮ້ອງໃນການສື່ສານລະຫວ່າງຊະນິດ.
ຖິ່ນໄສ: ພົບຕາມແມ່ນໍ້າເຊ ແລະ ຫ້ວຍນ້ຳຕ່າງໆທົ່ວ ສປປ ລາວ. ປະຈຸບັນມີລາຍງານວ່ານາກຊະນິດດັ່ງກ່າວມີຈຳນວນຫຼຸດລົງປະມານສອງເທົ່າຕົວ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານໄດ້.
ການປະສົມພັນ: ໃນລະດູການປະສົມພັນຈະຢູ່ເປັນຄູ່ໆ, ນາກຈະປະສົມພັນໃນນ້ຳ, ພໍ່ ແລະ ແມ່ຊ່ວຍກັນລ້ຽງລູກ ໂດຍປີໜຶ່ງຈະໃຫ້ລູກຢູ່ 2 ຄອກ, ຄອກລະປະມານ 2-4 ຕົວ, ລູກທີ່ເກີດໃໝ່ຍັງບໍ່ທັນລືມຕາ. ສ່ວນຫຼາຍເຮັດຮັ່ງຢູ່ເທິງຫຍ້າຄາທີ່ຕາຍ ແລະ ທັບຖົມກັນຄືໂຟມລອຍຢູ່ຕາມນ້ຳ, ນາກຈາະກັດໂຄນຫຍ້າເປັນອຸໂມງຈົນຮອດທີ່ນອນຂອງລູກ ທີ່ຮອງດ້ວຍດອກຫຍ້າ ຫຼື ເສັ້ນໄຍທີ່ອ່ອນນຸ້ມທີ່ແຫ້ງ ແລະ ສາມາດໃຫ້ຄວາມອົບອຸ່ນແກ່ລູກ, ຮັ່ງນາກຂ້ອນຂ້າງປອດໄພເນື່ອງຈາກວ່າມັນລອຍຢູ່ໜ້ານ້ຳ ແລະ ສັງເກດເຫັນໄດ້ຍາກ. ສ່ວນພວກທີ່ອາໄສຢູ່ຕາມຫ້ວຍຈະເກີດລູກຕາມໂພ່ງຕາມແຄມຫ້ວຍ.
ສະພາບການອະນຸລັກ: IUCN : ມີຄວາມສ່ຽງເກືອບຈະຖືກຂົ່ມຂູ່