ຫມາລື່ງ / Large-toothed Ferret Badger
APA 6th ed. ຫມາລື່ງ / Large-toothed Ferret Badger. (2022, May 6). Retrieved from https://www.phakhaolao.la/index.php/kb/0001425
MLA 8th ed. ຫມາລື່ງ / Large-toothed Ferret Badger. Pha Khao Lao, 6 May 2022, https://www.phakhaolao.la/index.php/kb/0001425.
Chicago 17th ed. Pha Khao Lao. 2022. "ຫມາລື່ງ / Large-toothed Ferret Badger." Published May 6, 2022. https://www.phakhaolao.la/index.php/kb/0001425.
ຊື່ສາມັນ: Ferret badger, Burmese ferret-badger ແລະ Large-toothed ferret-badger.
ຫົວ ແລະ ລໍາຕົວຍາວ: 33-39 ຊມ. ຫາງຍາວ: 14–24 ຊມ. ຖ້າເບິ່ງແບບຜິວເຜີນແລ້ວຕົວໝາລື່ງມີຄວາມຄ້າຍຄືກັບສັດພວກຈອນຟອນ, ສັດພວກນັ້ນມີໜ້າກາກເປັນສີຂາວດຳ, ໂດຍທົ່ວໄປແລ້ວພວກມັນບໍ່ມີຄວາມແຕກຕ່າງຈາກໝາລື່ງນ້ອຍ ພຽງແຕ່ມີຂະໜາດນ້ອຍກວ່າ ແລະ ມີພຶດຕິກໍາຕ່າງຈາກເຫງັນເຄືອ ເພາະຂົນຢູ່ຫົວສີດຳ, ພວກມັນມີແຖບສີຂາວລະຫວ່າງຕາທັງສອງ ແລະ ແຖບສີຂາວດ້ານຫຼັງຂອງຫົວຈົນຮອດກາງຫຼັງ. ສັດດັ່ງກ່າວມີຂາສັ້ນ.
ອຸປະນິໄສ: ປົກກະຕິເປັນສັດຫາກິນກາງຄືນ, ແຕ່ຢ່າງໃດກໍ່ຕາມມັນສາມາດຫາກິນ ຫຼື ອອກເຄື່ອນໄຫວໃນຕອນເຊົ້າໆ ແລະ ຕອນຫົວຄໍ່າ, ມັນເປັນສັດທີ່ຢູ່ຕາມດິນຫຼາຍກວ່າ ແຕ່ພວກມັນກໍ່ສາມາດປີນຕົ້ນໄມ້ໄດ້ດີ, ພວກມັນກິນຕັກແຕນ, ແມງໄມ້ ແລະ ຂີ້ກະເດືອນເປັນອາຫານ.
ຖິ່ນອາໄສ: ອາດມີຢູ່ລາວ (ບໍ່ທັນມີຂໍ້ມູນລະອຽດ) ບັນທຶກຈາກເຂດປ່າປ້ອງກັນເຂດພູຫີນປູນ ແລະ ພູພຽງບໍລິເວນ, ປະຈຸບັນຍັງມີຂໍ້ມູນຈາໍກັດ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານ.