ປາກິນຫຍ້າ / Grass Carp

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Ctenopharyngodon idella (Valenciennes, 1844) / Cyprininae
ຊື່ພ້ອງ
Leuciscus idella Valenciennes, 1844
Ctenopharingodon idellus (Valenciennes, 1844)
Ctenopharyngodon idellus (Valenciennes, 1844)
Leuciscus tschiliensis Basilewsky, 1855
Ctenopharyngodon laticeps Steindachner, 1866
Sarcocheilichthys teretiusculus Kner, 1867
Pristiodon siemionovii Dybowski, 1877
ຊື່ອື່ນ
ໄທ: ປາເຊົາ, ປາຈີນ, ເສົາຫື້ ຫຼື ເບຕົງ.
ຊື່ສາມັນ: Grass Carp.
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ລຳໂຕ ຮູບຊົງກະບອກ, ຂະໜາດລຳຕົວເຕັມທີ່ຍາວປະມານ 1 ມ, ໂດຍສະເລ່ຍຍາວປະມານ 50-70 ຊມ, ເປັນປາທີ່ມີເກັດໃຫຍ່, ສີຕາມລຳຕົວຂ້ອນຂ້າງຂຽວ, ລຳຕົວດ້ານເທິງມີສີຄ້ຳ ຫຼື ສີນ້ຳຕານປົນທອງ. ສ່ວນຫົວນ້ອຍ ແລະ ກົມມົນ, ໃນຊ່ອງຟັນຟືມມີແຂ້ວທີ່ແຂງແຮງ, ບໍ່ມີໜວດ, ຄືຫຼັງ ແລະ ຄີກົ້ນຂ້ອນຂ້າງນ້ອຍ, ບໍ່ມີຄີແຂງ, ຄີຫາງວ້ຳເລິກ. ຕົວຜູ້ໄວຂະຫຍາຍພັນຈະມີຕຸ່ມຄ້າຍສິວຂຶ້ນບໍລິເວນຄີເອິກ. ມັກຊອກຫາກິນຕາມຜິວນ້ຳ ຫຼື ຫາກິນຢູ່ຕາມໜ້ານ້ຳ.

ບັນຍາຍການນຳໃຊ້

ອາຫານ:
    ໃຊ້ເປັນອາຫານໄດ້ຫຼາຍແບບ ແລະ ມີຄວາມສຳຄັນຫຼາຍຕໍ່ກັບມະນຸດ.
ສິນຄ້າ: ປະຈຸບັນປາກິນຫຍ້າກາຍເປັນປາເສດຖະກິດ ທີ່ນິຍົມລ້ຽງເພື່ອເປັນສີນຄ້າສົ່ງທ້ອງຕະຫຼາດ.

ການປະກອບສ່ວນ