ໝາໄມ້ / Yellow-throated marten
APA 6th ed. ໝາໄມ້ / Yellow-throated marten. (2022, May 5). Retrieved from https://www.phakhaolao.la/index.php/kb/0001422
MLA 8th ed. ໝາໄມ້ / Yellow-throated marten. Pha Khao Lao, 5 May 2022, https://www.phakhaolao.la/index.php/kb/0001422.
Chicago 17th ed. Pha Khao Lao. 2022. "ໝາໄມ້ / Yellow-throated marten." Published May 5, 2022. https://www.phakhaolao.la/index.php/kb/0001422.
ຊື່ສາມັນ: yellow-throated marten.
ຫົວ ແລະ ລໍາຕົວຍາວ: 45-60 ຊມ. ຫາງຍາວ: 38-43 ຊມ. ສິ່ງທີ່ຊີ້ບອກຄວາມແຕກຕ່າງຈາກສັດຈຳພວກຈອນພອນຊະນິດອື່ນ ໂດຍ ມີຂະໜາດລຳໂຕໃຫຍ່, ຂາຍາວ, ເຄື່ອນທີ່ດ້ວຍການກະໂດດ ແລະ ມີລັກສະນະສະເພາະຄື: ຄາງມີສີເຫຼືອງຈາງ, ໜ້າເອິກສ່ວນເທິງມີ ສີເຫຼືອງເຂັ້ມ, ຫຼັງມີຫຼາຍສີແຕກຕ່າງກັນ, ມີສີນ້ຳຕານປົນເຫຼືອງໄປຈົນເຖິງສີເຫຼືອງເຂັ້ມ. ພວກມັນມີຫາງຍາວ, ກ້າມເນື້ອແຂງແຮງ, ມີສີດຳ, ເຊິ່ງເປັນສິ່ງທີ່ບົ່ງບອກເຖິງການອາໄສຢູ່ເທິງຕົ້ນໄມ້, ໂດຍທົ່ວໄປຂາຈະມີສີນ້ຳຕານເຂັ້ມ.
ອຸປະນິໄສ: ຕົ້ນຕໍເປັນສັດທີ່ມີການເຄື່ອນໄຫວຫາກິນຕອນກາງເວັນ, ໃຊ້ຊີວິດຢູ່ທັງໜ້າດິນ ແລະ ເທິງຕົ້ນໄມ້, ເປັນທີ່ໜ້າສັງເກດພວກມັນບໍ່ສູ້ຈະແລ່ນຕາມຕົ້ນໄມ້. ມັກພົບເຫັນມີການລ່າເຫຍື່ອເປັນຄູ່, ກິນອາຫານຫຼາກຫາຍ, ກິນທັງພືດ ແລະ ສັດ.
ຖິ່ນອາໄສ: ພົບໃນທຸກສະພາບປ່າ, ທຸກຂົງເຂດທີ່ມີລະດັບຄວາມສູງ ຈາກໜ້ານ້ຳທະເລແຕ່ຕ່ຳຈົນສູງເຖິງ 2,200 ມ. ພວກມັນຍັງມີຈໍານວນຫຼາຍ ແລະ ພົບເຫັນຢູ່ຢ່າງສະໝ່ຳສະເໝີ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານ.
ຄຸນປະໂຫຍດ: ມີຄວາມສຳຄັນຫຼາຍຕໍ່ລະບົບຕ່ອງໂສ້ອາຫານໃນທຳມະຊາດ ແລະ ຊ່ວຍປັບລະດັບຄວາມສົມດຸນຂອງລະບົບນິເວດ