ຈອນຟອນຄໍເຫຼືອງ / Yellow-bellied Weasel
APA 6th ed. ຈອນຟອນຄໍເຫຼືອງ / Yellow-bellied Weasel. (2022, May 5). Retrieved from https://www.phakhaolao.la/index.php/kb/0001421
MLA 8th ed. ຈອນຟອນຄໍເຫຼືອງ / Yellow-bellied Weasel. Pha Khao Lao, 5 May 2022, https://www.phakhaolao.la/index.php/kb/0001421.
Chicago 17th ed. Pha Khao Lao. 2022. "ຈອນຟອນຄໍເຫຼືອງ / Yellow-bellied Weasel." Published May 5, 2022. https://www.phakhaolao.la/index.php/kb/0001421.
ຊື່ສາມັນ: yellow-bellied weasel.
ຫົວ ແລະ ລຳຕົວຍາວ: 22-27 ຊມ. ຫາງຍາວ: 12-19 ຊມ. ເປັນສັດກິນຊີ້ນທີ່ມີຂະໜາດກາງ, ລຳຕົວມີຂົນຫຸ້ມຢ່າງໜາແໜ້ນ, ພາກສ່ວນກາງຫຼັງມີສີນ້ຳຕານເຂັ້ມ, ພາກສ່ວນລຸ່ມ (ສ່ວນທ້ອງ) ເປັນສີເຫຼືອງເຂັ້ມ, ມີຫຼາຍສີທີ່ຊັດເຈນກວ່າຈອນຟອນສັນຫຼັງຂາວ. ຫາງມີສີດຽວກັບລຳຕົວ, ຍາວຊັດສ່ວນຂ້ອນຂ້າງຍາວກ່ວາຊະນິດອື່ນ ແລະ ປາຍຫາງມີລັກສະນະເປັນປຸ້ມ.
ອຸປະນິໄສ: ສ່ວນຫຼາຍແມ່ນອາໄສຢູ່ຕາມໜ້າດິນ, ໂດຍທົ່ວໄປຈະເຄື່ອນໄຫວ ແລະ ໃຊ້ຊີວິດຕອນກາງເວັນ. ພວກມັນກິນອາຫານໄດ້ຫຼາກຫຼາຍເຊັ່ນ: ສັດເລັມແຫ້ນ, ນົກນ້ອຍ, ສັດເລືອຄານ, ສັດເຄິ່ງບົກເຄິ່ງນ້ຳ ແລະ ແມງໄມ້.
ຖິ່ນອາໄສ: ພົບເຫັນຕາມບໍລິເວນພູເຂົາ, ຮ່ອມເຫວ, ທັງໃນປ່າ ແລະ ສາມາດພົບເຫັນໃນເຂດພູມມີປະເທດທີ່ເຊື່ອມໂຊມອັນກວ້າງໃຫຍ່. ພົບເຫັນຕາມເຂດພູພຽງບໍລະເວນ ຄືກັນກັບທີ່ພົບເຫັນຢູ່ແຂວງຜົງສາລີ.
ອາຫານ:
- ຊີ້ນ: ໃຊ້ເປັນອາຫານທີ່ນິຍົມຂອງປະຊາຊົນທ້ອງຖິ່ນ.
ສິນຄ້າ: ບາງຕະຫຼາດໃນທ້ອງຖິ່ນຍັງພົບວ່າມີການນຳຈອນຟອນມາວາງຂາຍ.