ຂະຍຸ / Laotian rock rat
APA 6th ed. ຂະຍຸ / Laotian rock rat. (2022, February 17). Retrieved from https://www.phakhaolao.la/index.php/kb/0001410
MLA 8th ed. ຂະຍຸ / Laotian rock rat. Pha Khao Lao, 17 February 2022, https://www.phakhaolao.la/index.php/kb/0001410.
Chicago 17th ed. Pha Khao Lao. 2022. "ຂະຍຸ / Laotian rock rat." Published February 17, 2022. https://www.phakhaolao.la/index.php/kb/0001410.
ຊື່ສາມັນ: Kha-Nyou ແລະ Laotian rock rat.
ຂະຍຸ - Kha Nyou:
ຕະກຸນ Laonastidae. ເປັນສັດເລັມແຫ້ນທີ່ມີຂະໜາດປານກາງ, ມີຮູບຮ່າງຄືກັນກັບໜູ ແລະ ມີຫົວຍາວບໍ່ທັນມີຂໍ້ມູນກ່ຽວກັບພຶດຕິກຳຂອງພວກມັນ.. ທົ່ວໂລກ ມີພຽງຊະນິດດຽວ ແລະ ກໍມີຢູ່ໃນ ສປປ ລາວ ຊະນິດດຽວເທົ່ານັ້ນ
1. ຂະຍຸ / Laonastes aenigmamus
ຫົວ ແລະ ລໍາຕົວຍາວ: 21.2–25.8 ຊມ. ຫາງຍາວ: 12.2–13.5 ຊມ. ຮູບຮ່າງລຳຕົວຄ້າຍຄືກັບໜູມີຫົວຍາວ, ແຕ່ຫາງປົກຫຸ້ມດ້ວຍຂົນໜາປະມານເຄິ່ງຄວາມຍາວຂອງຫົວ ແລະ ລຳຕົວ. ມີດັງຍາວໜາທຶບ ແລະ ມີໜວດ, ໂດຍປົກກະຕິແລ້ວຂົນທາງຫຼັງຈະເປັນສີດໍາເທົ່າເຂັ້ມ, ສ່ວນທ້ອງຈະເປັນຂົນສີເທົາແຈ້ງໆ, ຫາງຈະມີຂົນສີເທົາເຂັ້ມສະລັບກັບສິເທົາຈາງເປັນຈຸດໆໄປຕາມທາງຍາວ, ຫູມົນທີ່ມີຂະໜາດປານກາງ.
ອຸປະນິໄສ: ຍັງບໍ່ທັນມີຂໍ້ມູນ, ແຕ່ຄິດວ່າພວກມັນມັກອາໄສຢູ່ເຂດພູຫີນໜາມໜໍ່ ແລະ ລະຫວ່າງຫຼືບໂງ່ນຫີນໃຫຍ່.
ຖິ່ນອາໄສ: ຮູ້ແຕ່ພຽງວ່າຖິ່ນທີ່ຢູ່ອາໄສຂອງພວກມັນແມ່ນເຂດພູຫີນໜາມໜໍ່ໃນບໍລິເວນເຂດປ່າສະຫງວນພູຫີນປູນ.
ສະພາບການອະນຸລັກ IUCN: ເປັນສັດສະເພາະຖິ່ນທີ່ມີຄວາມສ່ຽງໃກ້ສູນພັນສູງ.
ອາຫານ: ຊີ້ນໃຊ້ເປັນອາຫານ.
ສິນຄ້າ: ພົບເຫັນວ່າງຂາຍເປັນສິນຄ້າຕາມຕະຫຼາດທ້ອງຖິ່ນ ແລະ ເປັນຫວງຫ້າມປະເພດໜື່ງຂອງ ສປປ ລາວ.