ອົ້ນກາງ / Hoary Bamboo Rat
APA 6th ed. ອົ້ນກາງ / Hoary Bamboo Rat. (2022, February 8). Retrieved from https://www.phakhaolao.la/index.php/kb/0001406
MLA 8th ed. ອົ້ນກາງ / Hoary Bamboo Rat. Pha Khao Lao, 8 February 2022, https://www.phakhaolao.la/index.php/kb/0001406.
Chicago 17th ed. Pha Khao Lao. 2022. "ອົ້ນກາງ / Hoary Bamboo Rat." Published February 8, 2022. https://www.phakhaolao.la/index.php/kb/0001406.
ໄທ: ອົ້ນກາງ.
ຊື່ສາມັນ: Hoary Bamboo Rat.
ຫົວ ແລະ ລໍາຕົວຍາວ: 27-35 ຊມ. ຫາງຍາວ: 10-12.5 ຊມ. ເປັນສັດເລັມແຫ້ນທີ່ມີຂະໜາດໃຫຍ່ພໍປານກາງ ແຕ່ໂດຍທົ່ວໄປແລ້ວຈະນ້ອຍກວ່າອົ້ນໃຫຍ່, ຂົນໜາທຶບສີເທົາປົນນ້ຳຕານປົກຫຸ້ມທົ່ວໄປ ແຕ່ຈະເຫັນວ່າພາກສ່ວນດ້ານເທິງຈະມີສີເຂັ້ມກວ່າພາກສ່ວນລຸ່ມ, ສ່ວນກົກຂອງຂຶ້ນມີສີເທົາ, ສ່ວນກາງຈະເປັນສີນ້ຳຕານ ແລະ ສ່ວນປາຍເປັນສີຂາວເບິ່ງແລ້ວຈະມີລັກສີຂາວປົກຫຸ້ມທັງໝົດຄ້າຍຄືນ້ຳກ້າມ ໜ້າເປັນສີທອງສຳລິດ, ບໍ່ມີສີດຳປົນທອງຄືກັບອົ້ນໃຫຍ່, ມີຫູນ້ອຍໆ ແລະ ດັງທີ່ບໍ່ມີຂົນຫຸ້ມ. ຕີນເປັນສີນ້ຳຕານ ແລະ ມີເມັດນ້ອຍຫຍາບໆຢູພື້ນຕີນ, ສອງເມັດທີ່ຢູ່ຕີນໜ້ານັ້ນແຍກອອກຈາກກັນ, ສ່ວນໃບຫູອົ້ນໃຫຍ່ແມ່ນຕິດກັນ.
ອຸປະນິໄສ: ແມ່ນຄ້າຍຄືກັບອົ້ນໃຫຍ່.
ສຽງຮ້ອງ: ?.
ຖິ່ນອາໄສ: ພົບໃນປ່າໄຜ່ຕຶບ, ໂດຍສະເພາະພົບເຫັນໃນປ່າເຂດພູສູງປະມານ 1000 ມ, ປາກົດມີໃນເຂດພູສູງທາງພາກເໜືອ ແລະ ສາຍພູຫຼວງ.
ສະພາບການອະນຸລັກ: ?
ອາຫານ:
- ຊີ້ນ: ໃຊ້ເປັນອາຫານໄດ້ ແລະ ເປັນທີ່ນິຍົມກັນຫຼາຍ, ແຕ່ປັດຈຸບັນຫາກິນໄດ້ຍາກ.
ສິນຄ້າ: ມີຂາຍຕາມທ້ອງຖິ່ນແຕ່ມີໜ້ອຍ.