ກະຮອກ / Inornate Squirrel
APA 6th ed. ກະຮອກ / Inornate Squirrel. (2022, February 7). Retrieved from https://www.phakhaolao.la/index.php/kb/0001393
MLA 8th ed. ກະຮອກ / Inornate Squirrel. Pha Khao Lao, 7 February 2022, https://www.phakhaolao.la/index.php/kb/0001393.
Chicago 17th ed. Pha Khao Lao. 2022. "ກະຮອກ / Inornate Squirrel." Published February 7, 2022. https://www.phakhaolao.la/index.php/kb/0001393.
ຊື່ສາມັນ: Inornate Squirrel.
ຢີປຸ່ນ: 라오스다람쥐.
ຈີນ: 中南松鼠.
ຫົວ ແລະ ລໍາຕົວຍາວ: 17-24 ຊມ. ຫາງຍາວ: 14,5-23 ຊມ. ເປັນພວກກະຮອກຂະໜາດກາງຂົນເຂດຫົວ, ເລົາຄີງ ແລະ ຫາງມີສີນ້ຳຕານໄໝ້, ພື້ນທ້ອງເປັນສີໝົ່ນ ເຊິ່ງມີຄວາມແຕກຕ່າງກັບຂົນຂອງກະຮອກຫລາຍສີ ແລະ ກະຮອກທ້ອງແດງ.
ອຸປະນິໄສ: ເປັນພວກຫາກິນກາງເວັນຢູ່ຕາມແຄມປ່າ, ນອກນັ້ນຍັງພົບເຂດສູງ (Canopy) ຢູ່ຕາມຕົ້ນໄມ້
ສຽງຮ້ອງ: ?
ຖິ່ນອາໄສ: ອາໄສຢູ່ໃນຂອບເຂດປ່າທົ່ວໆໄປຈົນເຖິງປ່າທີ່ມີຄວາມສູງເຖິງ 1100 ມ ໃນນັ້ນລວມທັງປ່າຊຸດໂຊມ, ນອກນັ້ນຍັງພົບຢູ່ທາງພາກເໜືອຂອງລາວໄປຫາເບື້ອງຕາເວັນອອກຂອງແມ່ນ້ຳຂອງ.
ອາຫານ: ຊີ້ນໃຊ້ເປັນອາຫານ. ສິນຄ້າ: ພົບເຫັນວ່າງຂາຍຕາມທ້ອງຕະຫຼາດທ້ອງຖິ່ນໃນເຂດຊານເມືອງ