ໜູຂິວຫູໃຫຍ່ / Large-eared Gymnure
APA 6th ed. ໜູຂິວຫູໃຫຍ່ / Large-eared Gymnure. (2022, January 21). Retrieved from https://www.phakhaolao.la/index.php/kb/0001364
MLA 8th ed. ໜູຂິວຫູໃຫຍ່ / Large-eared Gymnure. Pha Khao Lao, 21 January 2022, https://www.phakhaolao.la/index.php/kb/0001364.
Chicago 17th ed. Pha Khao Lao. 2022. "ໜູຂິວຫູໃຫຍ່ / Large-eared Gymnure." Published January 21, 2022. https://www.phakhaolao.la/index.php/kb/0001364.
ຫົວ ແລະ ລຳຕົວຍາວ: 11.5-13.4 ຊມ. ຫາງຍາວ: 8.2-9.1 ຊມ
ມີຂະໜາດປານກາງ, ມີໃບຫູມົນໃຫຍ່, ມີມູມຫຼ່ຽມທີ່ຊັດເຈນ, ຫົວມີສ່ວນປາຍຂອງປາກຄ້າຍຄືງວງຊ້າງປະກອບເປັນປາກແຫຼມຄ້າຍໜູຂິວອື່ນໆ. ຂົນເປັນເສັ້ນຍາວອ່ອນແລບໆ, ສີຂີ້ເຖົ່າ ສາມາດຈຳແນກຈາກໜູຂິວນ້ອຍໄດ້ຈາກທີ່ມັນມີຂົນແປແຫຼມນ້ອຍກວ່າ, ແຕ່ມັນກໍຍັງຈຳແນກໄດ້ຍາກຖ້າພົບເຫັນໃນພາກສະໜາມ, ຂົນແຕ່ລະເສັ້ນຈະມີສີຂີ້ເຖົ່າເກືອບສຸດເສັ້ນ, ຈາກນັ້ນຈະມີສີເຫຼືອງອ່ອນ ແລະ ບໍລິເວນປາຍຂົນຈະມີສີເຫຼືອງອ່່ອນ ຫຼື ສີດຳ. ມີຫາງຍາວປະມານ 75% ຂອງສ່ວນຫົວ ແລະ ລຳໂຕ, ເຊິ່ງເປັນເອກະລັກໜຶ່ງຍາວກວ່າຫາງຂອງໜູຂິວນ້ອຍ, ນິ້ວໂປ້ຕີນ ແລະ ນິ້ວກ້ອຍຂອງຂາໜ້າຍາວອອກ.
ອຸປະນິໄສ: ປັດຈຸບັນສ່ວນຫຼາຍຈະບໍ່ຮູ້, ເປັນສັດບົກ ແລະ ຄາດວ່າອາດຈະຫາກິນຕອນກາງເວັນ. ການກິນອາຫານ ແລະ ອາຫານສຳລັບໜູຊະນິດນີ້ຍັງບໍຮູ້.
ສຽງຮ້ອງ:...
ຖິ່ນອາໄສ: ຄາດວ່າມັກຢູ່ໃນປ່າໄມ້ເຂດຫີນປູນ, ຄົ້ນພົບ ແລະ ໃຫ້ຊື່ຈາກເຂດປ່າສະຫງວນແຫ່ງຊາດພູຫີນປູນ.