ກຸ້ງຝອຍ / Riceland Prawn

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Macrobrachium lanchesteri ( De Man, 1911) / Palaemonidae
ຊື່ພ້ອງ
Palaemon paucidens Lanchester 1901
Palaemon (Eupalaemon) lanchesteri De Man, 1911
ຊື່ອື່ນ
ພັນລະນາລັກສະນະສັນຖານ

ເປືອກຫຸ້ມຫົວຂ້ອນຂ້າງບາງ, ມີໜາມແຫຼມຍື່ນອອກມາ 2 ອັນ. ຫົວປະກອບດ້ວຍງ່ຽງດ້ານເທີງທີ່ມີໜາມ 4-7 ອັນ ແລະ ດ້ານລຸ່ມມີໜາມ 1-2 ອັນ. ສ່ວນຕາມີໜື່ງຄູ່, ມີກ້ານຕາຕິດກັບງ່ຽງ. ລຳຕົວມີລັກສະນະເປັນປ້ອງ 6 ປ້ອງ, ເປືອກຫຸ້ມລຳຕົວໃສ ສັງເກດເຫັນດ້ານໃນ, ລຳຕົວຍາວ 6 ຊັງຕິແມັດ. ຂາຍ່າງມີທັງໝົດ 5 ຄູ່ ປ່ຽນເປັນກ້າມໜິບ
1 ຄູ່ ທີ່ໃຫຍ່. ຂາລອຍນໍ້າມີທັ້ງໝົດ 5 ຄູ່ ຢູ່ບໍລິເວນທ້ອງໄປຫາຫາງ. ຫາງເປັນແຜ່ນໜື່ງຄູ່.

ກຸ້ງຝອຍພົບໄດ້ທົ່ວໄປຕາມຫ້ວຍຮອງຄອງບຶງ, ທົ່ງນາເຂົ້າ. ເຊິ່ງພົບໄດ້ທັ້ງແຫຼ່ງນ້ຳນິ້ງ ແລະ ນ້ຳໄຫຼ, ໂດຍຄວາມເລິກຂອງນ້ຳປະມານ 1 ແມັດ. ເວລາກາງເວັນມັກຢູ່ນ້ຳເລິກ ແລະ ຈັບຢູ່ຕາມປ່າຫຍ້າແຄມນ້ຳ. ສ່ວນເວລາກາງຄືນມັກຈະລອຍນ້ຳແຄມຝັ່ງເພື່ອຫາອາຫານ.

ບັນຍາຍການນຳໃຊ້

https://www.facebook.com/%E0%BA%AA%E0%BA%B0%E0%BA%AB%E0%BA%A7%E0%BA%B1%E0%BA%99%E0%BA%9A%E0%BB%89%E0%BA%B2%E0%BA%99%E0%BA%99%E0%BA%B2-%E0%BA%AA%E0%BA%B0%E0%BA%95%E0%BA%B9%E0%BA%94%E0%BA%B5%E0%BB%82%E0%BA%AD-101455601657663/

ກຸ້ງຝອຍສາມາດນຳມາເປັນອາຫານໄດ້ຫຼາຍລາຍການ ເຊັ່ນ: ທອດ, ຕໍ່າແຈ່ວ, ຕາກແຫ້ງ, ກ້ອຍ, ເອາະ ແລະ ປົ່ນ. ບາງຄັ້ງຍັງປະສົມກັບພວກຕໍ່າສົ້ມໝາກຮຸ່ງ.
ຄຸນຄ່າທາງໂພຊະນາການຂອງກຸ້ງຝອຍ: ພະລັງງານ 78 ແຄລຣີ່, ໂປຣຕິນ 15.8 ກຣາມ, ຄາຣ໌ໂບໄຮເດຣດ 1 ກຣາມ, ໄຂມັນ 1.2 ກຣາມ, ແຄລຊຽມ 9.2 ກຣາມ, ຟອສຟໍຣັສ 2.69 ກຣັມ, ເຫຼັກ 0.08 ກຣາມ ແລະ ນ້ຳ 78.7 ກຣາມ.

ການສຶບພັນ ແລະ ວົງຈອນຊີວິດ

ກຸ້ງຝອຍໂຕເຕັມໄວສາມາດສັງເກດເພດໄດ້ງ່າຍ ໂດຍກຸ້ງຝອຍເພດແມ່ຈະມີສ່ວນອະໄວຍະຢູ່ດ້ານທ້ອງມີສີຂຽວ, ສ່ວນກຸ້ງຝອຍໂຕຜູ້ເປືອກຢູ່ຫົວມີສີເທົາອອກສີເຫຼືອງ ແລະ ເພດຜູ້ຈະມີຕື່ງຍື່ນອອກມາຈາກຂາລ່ອຍນ້ຳຄູ່ທີ່ 2 ສ່ວນຂະໜາດລຳຕົວຈະພົບວ່າເພດແມ່ມີຂະໜາດໃຫຍ່ກວ່າເພດຜູ້.
ກຸ້ງຝອຍຈະປະສົມພັນຕະຫຼອດປີ ໂດຍແມ່ກຸ້ງຝອຍ 1 ໂຕ ຈະອອກໄຂ່ປະມານ 60-80 ໜ່ວຍ. ເມື່ອກຸ້ງຝອຍວາງໄຂ່ ໄຂ່ກຸ້ງຝອຍຈະໃຊ້ເວລາໃນການຟັກປະມານ 18-20 ວັນ ແລະ ຕົວອ່ອນຈະໃຊ້ເວລາໃນການພັດທະນາອະໄວຍະວະຄືກັບຕົວເຕັມໄວປະມານ 30-35 ວັນ ແລະ ມີການລອບຄາບຈົນກວ່າຈະເຕັມໄວ ໂດຍການລອບຄາບຄັ້ງທຳອິດເມື່ອອາຍຸ 2 ວັນ.

ອາຫານຫຼັກຂອງກຸ້ງຝອຍໄດ້ແກ່ ໄດອະຕອມ ແລະ ໂຕອ່ອນຂອງແມງໄມ້ນ້ຳ, ລວມເຖິງຊາກພືດ ແລະ ຊາກສັດທີ່ເນົ່າເປື່ອຍ ໂດຍຈະມັກອອກຫາອາຫານໃນຊ່ວງກາງຄືນເປັນຫຼັກ.

ການປະກອບສ່ວນ