ຫອຍຫອມ / Cyclophorid snails

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Cyclophorus saturnus L. Pfeiffer, 1862 / Cyclophoridae
ຊື່ພ້ອງ
Cyclophorus saturnus L. Pfeiffer, 1862
Cyclophorus (Salpingophorus) saturnus L. Pfeiffer, 1862
ຊື່ອື່ນ
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ລັກສະນະກຽວຂອງເປືອກວຽນຊາຍ, ເປືອກແຂງ, ຜິວເປືອກເຫັນເສັ້ນຊັດເຈນ, ມີແຖບສີນ້ຳຕານໄໝ້ດ້ານລຸ່ມ ຂອງສັນໄປຮອບເປືອກຫອຍ, ເມື່ອສັງເກດດ້ານປາຍເປືອກ ສີພື້ນຂອງເປືອກເປັນສີຂາວ, ມີລາຍສີນ້ຳຕານອ່ອນຈາງໆ, ກະຈາຍຕັ້ງແຕ່ປາຍເປືອກໄປຈົນເຖິງສຸດທ້າຍ. ໂດຍກະຈາຍດ້ານປາຍເປືອກໜາ, ຂອບປາກໜາ ແລະ ແປອອກດ້ານນອກເລັກນ້ອຍ, ຂອບປາກເປືອກຄ່ອນຂ້າງກົມ, ຂອບປາກກົມ, ບາງໂຕຂອບປາກເປັນສີຂາວ, ບາງໂຕເປັນສີສົ້ມ ຫຼື ເຫຼືອງແກມສົ້ມ.

ບັນຍາຍການນຳໃຊ້

fb

ຫອຍຫອມ ເປັນຫອຍທີ່ມີຊິ້ນລົດຊາດຫວານ ແລະ ນິຍົມຮັບປະທານ ໂດຍສະເພາະ ຕົ້ມ ຫຼື ໜື້ງກິນກັບແຈ່ວສົ້ມ. ນອກນັ້ນຍັງສາມາດຂົ້ວ, ແກງ ແລະ ປີ້ງ.

ການສຶບພັນ ແລະ ວົງຈອນຊີວິດ

fb

ເຖິງລະດູຝົນພວກມັນຈະອອກມາປະສົມພັນ ແລະ ວາງໄຂ່, ເມື່ອລະດູແລງຈະຢູ່ຕາມຮູດິນ ຫຼື ໂພງເຫງົ້າໄມ້.

ການປະກອບສ່ວນ