ນົກກະທາ / Common Quail
APA 6th ed. ນົກກະທາ / Common Quail. (2021, February 23). Retrieved from https://www.phakhaolao.la/index.php/kb/0000991
MLA 8th ed. ນົກກະທາ / Common Quail. Pha Khao Lao, 23 February 2021, https://www.phakhaolao.la/index.php/kb/0000991.
Chicago 17th ed. Pha Khao Lao. 2021. "ນົກກະທາ / Common Quail." Published February 23, 2021. https://www.phakhaolao.la/index.php/kb/0000991.
Khmer: សត្វក្រួច
Thai: นกกระทา
Viet: Chim cút
ນົກກະທາເປັນພວກນົກຍ້າຍຖິ່ນ ມີການລ້ຽງຢູ່ທົ່ວໄປໃນ ອາຊີ, ສະຫະລັດອາເມລິກາ, ເອີຣົບ ແລະ ອາຟຼີກກາ, ພັນນົກກະທາ ທີ່ສຳຄັນ ແລະ ເປັນທີ່ຮູ້ຈັກກັນແພ່ຫລາຍທົ່ວໂລກໄດ້ແກ່:
1. ນົກກະທາຍີ່ປຸ່ນ Japanese quail (Coturnix coturnix japonica)
2. ນົກກະທາເວີຈິເນັຍ Bobwhite quail (Colinus virginianus).
3. ນົກກະທາແຄລິຟໍເນັຍ California quail (Lophortyx California).
4. ນົກກະທາເອີຣົບ European quail (Coturnix coturnix coturnix).
ນົກກະທາທີ່ນິຍົມລ້ຽງສ່ວນຫລາຍຄືນົກກະທາຍີ່ປຸ່ນ (Japanese Quail) ຫລື ມີຊື່ທາງວິທະຍາສາດວ່າ: Coturnix coturnix japonica ເປັນນົກທີ່ທົນທານຕໍ່ສະພາບແວດລ້ອມ ແລະ ລ້ຽງງ່າຍ, ເຊິ່ງມີ 3 ສີຄື: ສີລາຍດຳປົນຂາວ, ສີທອງ ແລະ ສີຂາວ, ແຕ່ນົກທຸກຊະນິດຈະໃຫ້ໄຂ່ທີ່ມີເປືອກສີຄືກັນເປັນລາຍດ່າງ
ລັກສະນະປະຈຳພັນສັດ: ທັງເພດຜູ້ ແລະ ເພດແມ່ ມີຂົນສີນໍ້າຕານເທົາ, ປາກສີເຫລືອງປົນດຳ, ແຄ່ງຂາວເຖິງເຫລືອງ, ເພດແມ່ເມື່ອອາຍຸ 42 ວັນນໍ້າໜັກສະເລ່ຍ 108 ກລາມ, ອາຍຸເມື່ອໃຫ້ໄຂ່ທຳອິດ 45 ວັນ, ຈາກນັ້ນອີກ 2 ອາທິດກໍ່ສາມາດຜະລິດໄຂ່ໄດ້ເຖິງ 50 % ຂອງຝູງ, ນໍ້າໜັກໄຂ່ສະເລ່ຍໜ່ວຍລະ 8.1 ກລາມ, ອາຍຸການຟັກໄຂ່ 16-19 ວັນ, ນໍ້າໜັກແລກເກີດ 6.8 ກລາມ, ເມື່ອໃຫ່ຍເຕັມທີປະມານ 140 ກລາມ (ອາຍຸປະມານ 50 ວັນ), ໃຫ້ໄຂ່ດົກປະມານ 300 ໜ່ວຍຕໍ່ປີ.
ນົກກະທາເປັນສັດປີກຊະນິດໜື່ງທີ່ນິຍົມລ້ຽງກັນຢ່າງແພ່ຫລາຍ ເຖິງວ່າຈຳນວນປະຊາກອນຂອງນົກກະທາບໍ່ຫລາຍເທົ່າເປັດ ແລະ ໄກ່ກໍ່ຕາມ ແຕ່ການລ້ຽງເປັນອາຊີບ ແລະ ເຄີ່ງອາຊີບເລີ່ມແພ່ຂະຫຍາຍຫລາຍຂື້ນ ເນື່ອງຈາກການລົງທຶນຕໍ່າ ແຕ່ຜົນຕອບແທນກັບຄືນໄວ,ປະຈຸບັນນົກກະທາຖືກລ້ຽງເປັນສັດເສດຖະກິດ ໂດຍການນຳເອົາຊີ້ນ ແລະ ໄຂ່ ມາບໍລິໂພກ,ແປຮູບເປັນໄຂ່ນົກກະທາກະປ໋ອງສົ່ງອອກໄປຈຳໜ່າຍຕ່າງປະເທດເປັນຈຳນວນຫລາຍ,ອີກທັງຂີ້ຂອງນົກກະທາຍັງເປັນທີ່ສົນໃຈ ແລະ ຕ້ອງການຂອງຊາວກະສິກອນ ເພື່ອນຳມາເປັນປຸຍໃສ່ພືດຜັກ,ນົກກະທາຈຶ່ງໄດ້ຮັບຄວາມນິຍົມໃນການລ້ຽງເປັນສັດເສດຖະກິດ.