ງົວ / Cattle
APA 6th ed. ງົວ / Cattle. (2021, February 22). Retrieved from https://www.phakhaolao.la/index.php/kb/0000952
MLA 8th ed. ງົວ / Cattle. Pha Khao Lao, 22 February 2021, https://www.phakhaolao.la/index.php/kb/0000952.
Chicago 17th ed. Pha Khao Lao. 2021. "ງົວ / Cattle." Published February 22, 2021. https://www.phakhaolao.la/index.php/kb/0000952.
Bos primigenius indicus
Chineses: 黄牛
Eng: Cattle, or cows (female) and bulls (male)
Thai: โค
Viet: con bò
ລັກສະນະຂອງງົວພັນພື້ນເມືອງ: ມີຂົນສັ້ນ, ໂດຍທົ່ວໄປຂົນຈະເປັນ ສີນ້ຳຕານ ແກມສີແດງ, ແຕ່ອາດມີສີແຕກຕ່າງກັນຫຼາກຫຼາຍສີເຊັ່ນ: ດຳ, ແດງ, ນ້ຳຕານ, ເຫຼືອງເປັນຕົ້ນ. ໜ້າຍາຍບອບບາງ, ໜ້າຜາກແຄບ, ກະໂໜກນ້ອຍ, ໜຽງຄໍ ແລະ ໜັງໃຕ້ທ້ອງບໍ່ຍ່ອນຫຼາຍມີຮູບຮ່າງຂະໜາດນ້ອຍ, ນ້ຳໜັກຕົວເກີດໃໝ່ 16 ກິໂລ, ນ້ຳໜັກເມື່ອຢ່ານ້ຳນົມເມື່ອອາຍຸ 200 ວັນ 94 ກິໂລ, ນ້ຳໜັກຕົວເຕັມໄວເພດຜູ້ 300-350 ກິໂລ, ເພດແມ່ 220-250 ກິໂລ. ອາຍຸພ້ອມທີ່ຈະປະສົມພັນ ແລະ ມີລູກ 2.7 ປີ, ໄລຍະການຖືພາ 270-275 ວັນ. ຊ່ວງຫ່າງລະຫວ່າງການມີລູກ 395 ວັນ.
ລັກສະນະຂອງງົວສາຍພັນບຣາຫ໌ມັນ(Brahman): ມີຕົ້ນກຳເນີດໃນປະເທດອິນເດຍ ແຕ່ຖືກນຳມາປັບປຸງພັນຢູ່ປະເທດສະຫະລັດອາເມລິກາ ງົວພັນນີ້ໃນບ້ານເຮົາແມ່ນເປັນ ສາຍພັນນຳເຂົ້າຈາກຕ່າງປະເທດ, ແລ້ວນຳມາຄັດເລືອກ ແລະ ປັບປຸງພັນ ໂດຍສະເພາະ ຟາມລ້ຽງງົວຂະໜາດໃຫຍ່, ເປັນສາຍພັນຄ່ອນຂ້າງໂຕໃຫຍ່, ລຳຕົວກວ້າງ, ຍາວ ແລະ ເລິກ ໄດ້ສັດສ່ວນ, ຫຼັງຊື່ຕົງ, ໜອກໃຫຍ່, ຫູຍາວໃຫຍ່, ດັງ, ຮີມປາກ, ຂົນຕາ, ກີບຕີນ ແລະ ໜັງເປັນສີດຳ, ໜຽງທີ່ຄໍ ແລະ ໜັງໃຕ້ທ້ອງຢ່ອນຍານ, ກົກຫາງໃຫຍ່, ພວງຫາງສີດຳ, ເຂົາເປັນສີເທົາ. ເພດຜູ້ນ້ຳໜັກ 800-1200 ກິໂລ, ເພດແມ່ປະມານ 500-700 ກິໂລ.
ລັກສະນະຂອງງົວສາຍພັນຊາຣ໌ໂຣເລ່ສ໌ (Charolais): ມີຖິ່ນກໍາເນິດໃນປະເທດຝຣັ່ງ, ມີສີຂາວຄຣິມທົ່ວໂຕ, ຮູບຮ່າງມີລັກສະນະເປັນສີ່ຫຼ່ຽມຜືນຜ້າ, ຂາສັ້ນ, ລຳຕົວກວ້າງ, ຍາວ ແລະ ເລິກ, ມີກ້າມເນື້ອຕະຫຼອດທັ້ງໂຕ, ນິໄສຄຸ່ນໆ, ເປັນງົວທີ່ມີຂະໜາດໃຫຍ່, ເພດຜູ້ເມື່ອໂຕເຕັມໄວ ນໍ້າໜັກປະມານ 1,100 ກິໂລ, ເພດແມ່ 700-800 ກິໂລ.
ລັກສະນະຂອງງົວສາຍພັນຊິມເມນໂທລ (Simmental): ມີຖິ່ນກໍາເນິດມາຈາກປະເທດສະວິດເຊີແລນ, ນິຍົມລ້ຽງກັນໃນປະເທດເອີຣົບ ເຊັ່ນ: ໃນເຢຍລະມັນ ເອີ້ນວ່າພັນ ເຟລກວິຫ໌ (Fleckvieh) ໄດ້ຮັການປັບປຸງພັນເປັນ ງົວຜະລິດຊີ້ນ ແລະ ນົມ. ສະຫະລັດໄດ້ນຳເຂົ້າມາປັບປຸງເປັນງົວພັນຊີ້ນ. ລຳຕົວສີນ້ຳຕານ ຫຼື ແດງເຂັ້ມໄປຈົນເຖິງສີເຟືອງເຂົ້າ ຫຼື ເຫຼືອງທອງ ແລະ ມີສີຂາວກະຈາຍທົ່ວໄປ ໜ້າຂາວ, ທ້ອງຂາວ ແລະ ຂາຂາວ, ເປັນງົວຂະໜາດໃຫຍ່, ຮູບຮ່າງເປັນສີ່ຫຼ່ຽມ, ລຳຕົວຍາວ, ເລິກ, ກະໂພກໃຫຍ່. ຊ່ວງຂາສັ້ນ ແລະ ແຂງແຮງ. ເພດຜູ້ນໍ້າໜັກໂຕເຕັມໄວ ປະມານ 1,100-1,300 ກິໂລ, ເພດແມ່ 650-800 ກິໂລ.
ລັກສະນະຂອງງົວສາຍພັນເດຣົ້າມາສເຕີຣ໌ (Droughtmaster): ເປັນງົວພັນປັບປຸງໃໝ່ທີ່ໄດ້ຮັບຄວາມນິຍົມໃນປະເທດອົດສະຕາລີ. ເປັນງົວລູກປະສົມທີ່ມີສາຍເລືອດງົວພັນບຣາ 3/8-1/2, ພັນເຂົາສັ້ນ (Shorthorn) ແລະ ພັນເຮີຍຟອດ (Hereford) ເລັບນ້ອຍ, ມີສີແດງ, ບາງຕົວມີເຂົາ ແລະ ບໍ່ມີເຂົາ, ມີໂໜກເລັກຫນ້ອຍທີ່ບ່າໄລ່, ມີໜຽງຢ່ອນລົງເລັກຫນ້ອຍ, ລຳຕົວເລິກລຽບ, ທົນແລ້ງ ແລະ ອາກາດຮ້ອນຊຸ່ມ, ທົນຕໍ່ພະຍາດ, ການຈະເລີນເຕິບໂຕໄວ.
ລັກສະນະຂອງງົວສາຍພັນຮິນດູບຣາຊິລ (Indo Brazil): ເປັນງົວທີ່ມີເລືອດສາຍງົວອິນເດຍເຊັ່ນດຽວກັບສາຍພັນບຣາຫ໌ມັນ ແຕ່ປັບປຸງພັນທີ່ປະເທດບຣາຊິລ, ສີມີຕັ້ງແຕ່ສີຂາວຈົນເຖິງສີເທົາເກືອບດຳ, ສີແດງ, ສີແດງເຫຼື້ອມ ຫຼື ແດງຈຸດ, ຂາວທີ່ໜ້າຜາກ, ໂໜກແກ້ມກວ້າງຄ່ອນຂ້າງຍາວ, ຫູມີຂະໜາດກວ້າງປານກາງ ແລະ ຫ້ອຍຍາວຫຼາຍ, ປາຍໃບຫູມັກບິດ, ເຂົາແຂງແຮງ, ມັກເອນໄປດ້ານຫຼັງ, ໜອກມີຂະໜາດໃຫຍ່, ຜິວໜັງ ແລະ ໜຽງຢ່ອນຍານຫຼາຍ, ເປັນງົວທີ່ມີຂະໜາດໃຫຍ່ ແລະ ຄ່ອນຂ້າງສູງ, ເພດຜູ້ໂຕເຕັມທີ່ໜັກປະມານ 900-1200 ກິໂລ, ເພດແມ່ 600-700 ກິໂລ.
ງົວເປັນສັດລ້ຽງມາແຕ່ບູຮານນະການ ໂດຍການລ້ຽງແບບທຳມະຊາດ, ປ່ອຍໃຫ້ສັດຫາກິນເອງ. ປະຊາຊົນລາວເຮົາໃຫ້ງົວເພື່ອເປັນສັດລາກແກ່ເພື່ອປະກອບໃນການຜະລິດກະສິກຳ ຫຼື ໃຊ້ເຂົ້າໃນການແຫ່ແຫນເຂົ້າໃນພິທີທາງສາສະໜາຕ່າງໆ. ຊີ້ນງົວ, ນ້ອງງົວ ຖືວ່າເປັນອາຫານທີ່ສຳຄັນສຳລັບງານລ້ຽງຕ່າງໆໃນຊົນນະບົດ, ໂດຍສະເພາະແມ່ນງານດອງ. ຊີ້ນງົວຖືວ່າເປັນແຫຼ່ງສະໜອງອາຫານທີ່ສຳຄັນ. ເຖິງປະຈຸບັນນີ້ຍັງມີການເຮັດທຸລະກິດກ່ຽວກັບການລ້ຽງງົວເພື່ອຂາຍເປັນສີນຄ້າສົ່ງຕະຫຼາດ ເຮັດໃຫ້ເກີດມີການພັດທະນາເປັນບ່ອນລ້ຽງໃນເນື້ອທີ່ກວ້າງຂວາງ ແລະ ປູກຫຍ້າປະເພດຕ່າງໆເພື່ອເປັນອາຫານໃຫ້ງົວ ແລະ ນຳໃຊ້ເຕັກນິກຕ່າງໆເຂົ້າໃນການຜະລິດເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ.