ໄມ້ຂະຍຸງ / Siamese Rosewood
APA 6th ed. ໄມ້ຂະຍຸງ / Siamese Rosewood. (2019, December 12). Retrieved from https://www.phakhaolao.la/index.php/kb/0000788
MLA 8th ed. ໄມ້ຂະຍຸງ / Siamese Rosewood. Pha Khao Lao, 12 December 2019, https://www.phakhaolao.la/index.php/kb/0000788.
Chicago 17th ed. Pha Khao Lao. 2019. "ໄມ້ຂະຍຸງ / Siamese Rosewood." Published December 12, 2019. https://www.phakhaolao.la/index.php/kb/0000788.
Eng: Siamese Rosewood, Thailand Rosewood, Tracwood, Black Wood, Rose Wood
ຕົ້ນຂະຍຸງຈັດເປັນໄມ້ຢືນຕົ້ນຂະໜາດກາງຫາໃຫຍ່, ລັກສະນະຄ້າຍຕົ້ນດູ່, ມີຄວາມສູງໄດ້ເຖິງ 25 ແມັດ, ເມື່ອໃຫຍ່ລໍາຕົ້ນຈະຕັ້ງຊື່, ເປືອກຕົ້ນລຽບເປັນສີເທົາ, ສ່ວນເປືອກດ້ານໃນເປັນສີນໍ້າຕານແກມສີເຫຼືອງ, ເນື້ອໄມ້ເປັນສີແດງອົມມ່ວງຫາສີແດງເລືອດໝູແກ່, ເນື້ອລະອຽດ, ມີຄວາມແຂງແຮງທົນທານ, ຂະຫຍາຍພັນດ້ວຍນໍາແກ່ນມາເພາະກ້າ. ໃບເປັນໃບປະກອບອອກເປັນຊໍ່ແບບຂົນນົກປາຍຄີ່, ຍາວ 10-15 ຊັງຕິແມັດ, ໃບ ແລະ ຊໍ່ຈະມີໃບຍ່ອຍມີລັກສະນະເປັນຮູບຮີແກມຮູບໄຂ່, ຕິດລຽງສະລັບປະມານ 7-9 ໃບ, ປາຍສຸດຂອງຊໍ່ໃບເປັນໃບດ່ຽວ, ໃບກວ້າງ 3-4 ຊັງຕິແມັດ ແລະ ຍາວ 4-7 ຊັງຕິແມັດ, ລັກສະນະຂອງໃບໜຽວຄ້າຍກັບແຜ່ນໜັງບາງໆ. ອອກດອກລວມກັນເປັນຊໍ່ແຍກຂະແໜງ, ຕາມປາຍກິ່ງ ຫຼື ງ່າມໃບໃກ້ກັບຍອດ, ຊໍ່ດອກຕັ້ງຂຶ້ນ, ດອກມີຂະໜາດນ້ອຍ, ລັກສະນະຂອງກີບດອກເປັນຮູບດອກຖົ່ວສີຂາວນວນ, ມີກິນຫອມອ່ອນໆ, ກີບດອກມີ 5 ກີບ, ສ່ວນກີບຖານດອກເຊື່ອມຕິດກັນເປັນຮູບຖ້ວຍຕື້ນໆ ຫຼື ເປັນຮູບລະຄັງໂດຍດອກຈະອອກໃນຊ່ວງພຶດສະພາຫາເດືອນກໍລະກົດ. ອອກໝາກເປັນຝັກ, ລັກສະນະຂອງຝັກເປັນຮູບຂອບຂະໜານ, ແປ ແລະ ບາງ, ມີຂະໜາດກວ້າງ 1.2 ຊັງຕິແມັດ ແລະ ຍາວ 4-6 ຊັງຕິແມັດ, ຜິວຝັກກ້ຽງ, ເຄິ່ງກາງມີກະເປາະຫຸ້ມແກ່ນ, ຝັກຈະແກ່ປະມານ 2 ເດືອນຫຼັງການອອກດອກ, ເມື່ອຝັກແກ່ແລ້ວຈະບໍ່ແຕກອອກແຕ່ຝັກຈະຫຼົ່ນໂດຍແກ່ນຈະຍັງຢູ່ໃນຝັກ.
ປະໂຫຍດ:
- ໝາກໃຊ້ເຮັດເປັນໄມ້ປະດັບໄດ້ດີ.
- ໄມ້ຂະຍຸງເປັນໄມ້ທີ່ມີລາຄາແພງທີ່ສຸດຊະນິດໜຶ່ງເພາະມີເໜືອໄມ້ທີ່ມີສີສັນ ແລະ ລວດລາຍສວຍງາມ.
- ໄມ້ຂະຍຸງສາມາດນໍາມາໃຊ້ລ້ຽງຄັ່ງໄດ້ດີ.
ສັບພະຄຸນ:
- ຮາກໃຊ້ກິນເປັນຢາຮັກສາອາການໄຂ້ພິດເຊື່ອງຊືມ.
- ເປືອກນໍາມາຕົ້ມເອົາແຕ່ນໍ້າໃຊ້ເປັນຢາອົມຮັກສາພະຍາດປາກເປື່ອຍ, ປາກແຕກແຫ້ງ.
- ຢາງສົດໃຊ້ທາປາກຮັກສາພະຍາດປາກເປື່ອຍ.
- ຢາງສົດໃຊ້ທາແກ້ຕີນເປື່ອຍ.