ແມງກໍ້ໃບຕອງ / Skipper
APA 6th ed. ແມງກໍ້ໃບຕອງ / Skipper. (2019, December 5). Retrieved from https://www.phakhaolao.la/index.php/kb/0000739
MLA 8th ed. ແມງກໍ້ໃບຕອງ / Skipper. Pha Khao Lao, 5 December 2019, https://www.phakhaolao.la/index.php/kb/0000739.
Chicago 17th ed. Pha Khao Lao. 2019. "ແມງກໍ້ໃບຕອງ / Skipper." Published December 5, 2019. https://www.phakhaolao.la/index.php/kb/0000739.
Thai: ด้วงกล้วย หนอนมวนใบกล้วย
ແມງກໍ້ໃບຕອງເປັນໂຕໜອນຂອງແມງກະເບື້ອກາງວັນ. ລັກສະນະລຳໂຕອວບ, ຊົງກະບອກ, ສີຂາວນວນ. ຫົວໃຫຍ່ແຂງ, ມີສີດຳເຫັນໄດ້ຊັດເຈນ, ມີຂາຈີສັ້ນໆ 3 ຄູ່, ມີຂາທຽມມີປ້ອງ 3,4,5 ແລະ 6 ໃນປ້ອງທີ່ 10 ມີກຸ່ມຂົນລຽງກັນຢູ່ຢ່າງບໍ່ເປັນລະບຽບ. ປາຍສຸດຂອງລຳໂຕມີລະສະນະຮຽວຍາວ. ລຳໂຕມີຂົນຂຶ້ນຢູ່ເປັນຈຳນວນຫຼາຍ ແລະ ມີຝຸ່ນສີຂາວປົກຄຸມທ່ົວລຳໂຕ. ໄລຍະເປັນໜອນມີຂະໜາດຍາວ 25-35 ມມ, ໄລຍະເປັນດັກແດ້ຍາວ 30-35 ມມ.
-
-