ປາເຊືອມ / Butter Catfish

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Ompok bimaculatus Bloch, 1794 / Siluridae
ຊື່ພ້ອງ
Callichrous bimaculatus (Bloch, 1794)
Ompok krattensis (Fowler, 1934)
Silurus bimaculatus Bloch, 1794
ຊື່ອື່ນ
Cambodian: ត្រីក្រម៉ម
Thai: สยุมพร เซือม เซียม ชะโอน โอน
Viet: Cá trèn bầu
ສະຖານະພາບການອະນຸລັກ
Near Threatened
ພັນລະນາລັກສະນະສັນຖານ

ປາເຊືອມ ເປັນປາໜັງ, ເນື້ອອ່ອນ,  ຮູບຮ່າງລັກສະນະ, ລຳຕົວຍາວ ແລະ ມີລັກສະນະແປທາງດ້ານຂ້າງ, ສ່ວນຫົວສັ້ນ, ຕາມີຂະໜາດໃຫຍ່, ດ້ານຂ້າງຂອງລຳຕົວບໍລິເວນເໜືອຄີເອິກມີຈຸດສີດຳຂະໜາດໃຫຍ່, ມີໜວດ 2 ຄູ່, ໜວດທີ່ຄາງກະໄຕຍາວເຖິງຈຸດເລີ່ມຕົ້ນຂອງຄີກົ້ນ, ໜວດທີ່ຄາງກະໄຕດ້ານລຸ່ມມີຂະໜາດນ້ອຍ, ສ່ວນຖານຄີກົ້ນຍາວ, ຄີຫາງມີລັກສະນະວ້ຳເລິກ ແລະ ປາຍມົນ, ລຳຕົວມີສີເທົາເງີນ ຫຼື ສີເທົາດຳ, ດ້ານເທີງຂອງລຳຕົວມີສີເຂັ້ມກວ່າທາງດ້ານລຸ່ມ, ລຳຕົວຍາວປະມານ 12-30 ຊມ. ມັກພົບຕາມແມ່ນ້ຳຫ້ວຍຮອງຄອງບືງ. ມັກກີນແພງຕອນ, ກຸ້ງ ແລະ ແມງໄມ້ນ້ຳເປັນອາຫານ.

ການປະກອບສ່ວນ