ປາເຊືອມ / Butter Catfish
APA 6th ed. ປາເຊືອມ / Butter Catfish. (2022, August 1). Retrieved from https://www.phakhaolao.la/index.php/kb/0000679
MLA 8th ed. ປາເຊືອມ / Butter Catfish. Pha Khao Lao, 1 August 2022, https://www.phakhaolao.la/index.php/kb/0000679.
Chicago 17th ed. Pha Khao Lao. 2022. "ປາເຊືອມ / Butter Catfish." Published August 1, 2022. https://www.phakhaolao.la/index.php/kb/0000679.
Ompok krattensis (Fowler, 1934)
Silurus bimaculatus Bloch, 1794
Thai: สยุมพร เซือม เซียม ชะโอน โอน
Viet: Cá trèn bầu
ປາເຊືອມ ເປັນປາໜັງ, ເນື້ອອ່ອນ, ຮູບຮ່າງລັກສະນະ, ລຳຕົວຍາວ ແລະ ມີລັກສະນະແປທາງດ້ານຂ້າງ, ສ່ວນຫົວສັ້ນ, ຕາມີຂະໜາດໃຫຍ່, ດ້ານຂ້າງຂອງລຳຕົວບໍລິເວນເໜືອຄີເອິກມີຈຸດສີດຳຂະໜາດໃຫຍ່, ມີໜວດ 2 ຄູ່, ໜວດທີ່ຄາງກະໄຕຍາວເຖິງຈຸດເລີ່ມຕົ້ນຂອງຄີກົ້ນ, ໜວດທີ່ຄາງກະໄຕດ້ານລຸ່ມມີຂະໜາດນ້ອຍ, ສ່ວນຖານຄີກົ້ນຍາວ, ຄີຫາງມີລັກສະນະວ້ຳເລິກ ແລະ ປາຍມົນ, ລຳຕົວມີສີເທົາເງີນ ຫຼື ສີເທົາດຳ, ດ້ານເທີງຂອງລຳຕົວມີສີເຂັ້ມກວ່າທາງດ້ານລຸ່ມ, ລຳຕົວຍາວປະມານ 12-30 ຊມ. ມັກພົບຕາມແມ່ນ້ຳຫ້ວຍຮອງຄອງບືງ. ມັກກີນແພງຕອນ, ກຸ້ງ ແລະ ແມງໄມ້ນ້ຳເປັນອາຫານ.