ປາຄັບຂອງ / Glass fish

ການນຳໃຊ້
ພະລັງງານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Parambassis siamensis (Fowler, 1937) / Ambassidae
ຊື່ພ້ອງ
Chanda siamensis Fowler, 1937
Ambassis siamensis (Fowler, 1937)
Chanda punctulata Fraser-Brunner, 1955
Parambassis punctulata (Fraser-Brunner, 1955)
ຊື່ອື່ນ
Cambodian: ត្រី កញ្ចាញ់ច្រាស់តូច
Eng: Siamese glass fish
Thai: แป้นแก้ว คับของ
Viet: Cá sơn xiêm
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

ປາຄັບຂອງເປັນຂະໜາດນ້ອຍ, ລຳຕົວແປດ້ານຂ້າງ, ຫົວໃຫຍ່, ຕາໃຫຍ່, ຮູບຮ່າງຄ່ອນຂ້າງໄປທາງສີ່ຫຼ່ຽມ, ມີຄີຫຼັງເປັນ 2 ອັນ, ຄີທຳອິດຈະມີກ້ານຄີແຂງເປັນໜາມແຫຼມຢູ່ 7 ອັນ, ຄີຫຼັງອັນທີ່ສອງມີສະເພາະກ້ານຄີຝອຍດ ຄີກົ້ນມີກ້ານຄີທີ່ເປັນໜາມແຫຼມຢູ່ 3 ກ້ານ, ມີເກັດກົມບາງໃສ ແລະ ຫຼຸດງ່າຍ, ລຳຕົວໃສ ຫຼື ສີຂາວຄ້າຍສີເຂົ້າສານ, ໂປ່ງໃສຈົນເບີ່ອເຫັນອະໄວຍະວະພາຍໃນໄດ້, ຢູ່ຮ່ວມກັນເປັນຝູງໃຫຍ່, ມັກຄວາມສະຫງົບ, ຂະໜາດສະເລ່ຍປະມານ 3-6 ຊມ. ອາຫານຂອງພວກມັນແມ່ນແມງໄມ້ຕົວອ່ອນໃນນ້ຳ ແລະ ພວກຈຸລະຊິບ. ພົບເຫັນໄດ້ທົ່ວໄປຕາມລຳແມ່ນ້ຳຂອງ ແລະ ສາຂາຂອງພວກມັນ. ເປັນປາທີ່ມັກລ້ຽງໃນຕູ້ແກ້ວ ແລະ ສົ່ງຂາຍຕ່າງປະເທດ.

ການປະກອບສ່ວນ