ຜັກສະລັດ / Lettuce
APA 6th ed. ຜັກສະລັດ / Lettuce. (2021, December 6). Retrieved from https://www.phakhaolao.la/index.php/kb/0000665
MLA 8th ed. ຜັກສະລັດ / Lettuce. Pha Khao Lao, 6 December 2021, https://www.phakhaolao.la/index.php/kb/0000665.
Chicago 17th ed. Pha Khao Lao. 2021. "ຜັກສະລັດ / Lettuce." Published December 6, 2021. https://www.phakhaolao.la/index.php/kb/0000665.
Lactuca crispa (L.) Roth
Lactuca dregeana DC.
Lactuca laciniata Roth
Lactuca palmata Willd.
Lactuca sativa subsp. asparagina (L.H.Bailey) Janch.
Lactuca sativa subsp. capitata (L.) Schübl. & G.Martens
Lactuca sativa subsp. crispa (L.) Schübl. & G.Martens
Lactuca sativa subsp. longifolia (Lam.) Alef.
Lactuca sativa subsp. minii Hadidi
Lactuca sativa subsp. romana Schübl. & G.Martens
Lactuca sativa var. sativa
Lactuca sativa subsp. sativa
Lactuca sativa subsp. secalina Alef.
Lactuca scariola var. sativa (L.) Boiss.
Lactuca scariola var. sativa Moris
Eng: Lettuce
ຜັກສະລັດ ລັກສະນະຂອງຕົ້ນໃນໄລຍະທໍາອິດມັກຈະເບິ່ງບໍ່ເຫັນເພາະໃບປົກຄຸມໄວ້, ແຕ່ຈະເຫັນໃນໄລຍະອອກດອກ, ລໍາຕົ້ນມີລັກສະນະເປັນຂໍ້ສັ້ນ ໂດຍແຕ່ລະຂໍ້ຈະເປັນບ່ອນເກີດຂອງໃບ, ລັກສະນະຂອງຕົ້ນຂ້ອນຂ້າງຕຸ້ຍ ແລະ ຕັ້ງຊື່. ຮາກເປັນລະບົບຮາກແກ້ວທີ່ແຂງແຮງ ແລະ ອວບ. ໃບມີສີຂຽວອ່ອນ, ສີຂຽວປົນເຫຼືອງ, ໄປຈົນເຖິງສີຂຽວແກ່, ແຕ່ບາງສາຍພັນຈະມີສີແດງ ຫຼື ສີນໍ້າຕານປົນຢູ່ເຮັດໃຫ້ມີສີແດງ, ສີເທົາ ຫຼື ສີນໍ້າຕານປົນຂຽວ, ໃບຈະແຕກອອກຈາກລໍາຕົ້ນໂດຍຮອບ, ໂດຍພັນທີຫໍ່ເປັນຫົວຈະມີໃບໜາ ແລະ ມີເນື້ອໃບອ່ອນນຸ່ມ, ບາງຊະນິດຈະເປັນໃບມ້ວນງໍ ເຫັນເສັ້ນໃບໄດ້ຊັດເຈນ. ອອກດອກເປັນຊໍ່ລວມ ປະກອບໄປດ້ວຍກຸ່ມຂອງດອກທີ່ຢູ່ກັນເປັນກະຈຸກຢູ່ຢອດ ໃນແຕ່ລະກະຈຸກປະກອບໄປດ້ວຍດອກຍ່ອຍປະມານ 15-25ດອກ ຫຼື ຫຼາຍກວ່ານັ້ນ, ດອກທໍາອິດຈະເກີດຢູ່ບໍລິເວນຍອດອ່ອນຫຼັງຈາກນັ້ນຈະເກີດຢູ່ບໍລິເວນງ່າມໃບ, ດອກເປັນດອກສົມບູນເພດ ກີບດອກມີສີເຫຼືອງ. ແກ່ນຜັກສະລັດເປັນແກ່ນຜັກຊະນິດດຽວທີ່ຈະເລີນມາຈາກຮັງໄຂ່ອັນດຽວ, ແກ່ນມີລັກສະນະແປຍາວ ຫົວທ້າຍແຫຼມຄືຮູບຫອກ ແລະ ມີເສັ້ນນ້ອຍໆລາດຍາວໄປຕາມຄວາມຍາວຂອງແກ່ນ.
ປະໂຫຍດ:
- ຜັກສະລັດເປັນຜັກທີ່ມີແຄລໍຣີຕໍ່າ ຈື່ງເໝາະຫຼາຍສໍາລັບຜູ້ທີ່ຕ້ອງການຫຼຸດນໍ້າໜັກ ຫຼື ຄວບຄຸມນໍ້າໜັກ.
- ຜັກສະລັດສາມາດຮັບປະທານຮ່ວມກັບແຄຣອດ ແລະ ຜັກຫົມຊ່ວຍບຳລຸງເສັ້ນຜົມໃຫ້ສວຍງາມໄດ້.
- ຜັກສະລັດເປັນຜັກທີ່ມີຄຸນຄ່າທາງອາຫານສູງ.
- ນອກຈາກຈະມີຄຸນຄ່າທາງອາຫານທີ່ດີແລ້ວຍັງນິຍົມນໍາມາໃຊ້ຕົກແຕ່ງອາຫານເພື່ອໃຫ້ມີສີສັນທີ່ສວຍງາມໜ້າຮັບປະທານຫຼາຍຂຶ້ນ.
ສັບພະຄຸນ:
- ໃບຜັກສະລັດມີສານຕໍ່ຕ້ານອະນຸມູນອິດສະຫຼະຫຼາຍຊະນິດ ຈຶ່ງຊ່ວຍປ້ອງກັນ ແລະ ຕໍ່ຕ້ານມະເຮັງໄດ້.
- ນໍ້າຄັ້ນຈາກທັງຕົ້ນນໍາມາປຸງເປັນຢາບໍາລຸງຮ່າງກາຍໄດ້.
- ແກ່ນຊ່ວຍອາການເຈັບແອວ.ການັບປະທານຜັກສະລັດຈະຊ່ວຍໃນການຂັບຖ່າຍ, ຊ່ວຍປ້ອງກັນ ແລະ ບັນເທົາອາການທ້ອງຜູກໄດ້.