ປາຂີ້ໂກະ / Selimang siam Fish

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Crossocheilus atrilimes Kottelat, 2000 / Cyprinidae
ຊື່ພ້ອງ
ຊື່ອື່ນ
Cambodian: Trey chuhnchuak slaethom
Eng: Siamese algae eater
Thai: Khi Kho, Khaang Lai
ສະຖານະພາບການອະນຸລັກ
Least Concern
ພັນລະນາລັກສະນະສັນຖານ

D: 7-8; A: 4-5; P1: 9; P2: 7-8. ລຳໂຕຂ້ອນຂ້າງຍາວ ແລະ ກົມ, ມີຄວາມເລິກຂອງລໍາໂຕເທົ່າ 24.61-27.24% ຂອງຄວາມຍາວມາດຖານ (SL), ຄວາມຍາວຂອງຫົວ 22.83-24.72% ຂອງ SL. ຫົວ: ຫົວຂ້ອນຂ້າງນ້ອຍ ແລະ ຕາຂ້ອນຂ້າງໃຫຍ່, ມີໜວດພຽງຄູ່ດຽວທີ່ມີຂະໜາດນ້ອຍທີ່ສຸດ ໃນປາທີ່ເຕັມໄວ, ປາກຢູ່ທາງດ້ານລຸ່ມຂອງຫົວ, ຄວາມຍາວຂອງເສັ້ນຜ່າສູນກາງຕາ 30-33% ຂອງຄວາມຍາວຫົວ (HL). ລຳໂຕ: ເສັ້ນຂ້າງລຳໂຕສົມບູນ, ມີແຖບສີດໍາໃຫຍ່ຢູ່ບໍລິເວນກາງດ້ານຂ້າງລຳໂຕເລີ່ມແຕ່ສ່ວນຫົວໄປຈົນ ເຖິງປາຍວັກຄີຫາງ, ບາງເທື່ອມີຈຸດໆ ສີດໍາຕໍ່ກັນເປັນເສັ້ນຍາວຢູ່ກ້ອງຂອງແຖບສີດໍາ, ຈຸດເລີ່ມຕົ້ນ ຂອງຄີຫຼັງຢູ່ໜ້າຈຸດເລີ່ມຕົ້ນຂອງຄີທ້ອງ, ຄີທ້ອງ ແລະ ຄີກົ້ນມີສີໃສ, ເກັດເສັ້ນຂ້າງໂຕ 34-37 ເກັດ, ເກັດກ່ອນຄີຫຼັງ 10-11 ເກັດ, ເກັດອ້ອມກົກຫາງ 14-16 ເກັດ, ເກັດຈາກເກັດກ່ອນຄີຫຼັງລົງ ໄປຫາເສັ້ນຂ້າງ ຕົວ ຕາມແນວສະຫຼຽງ 4 ແລະ ເກັດໜ້າຄີກົ້ນຂຶ້ນໄປຫາຕາມເສັ້ນຂ້າງຕົວຕາມແນວສະຫຼຽງ 5 ເກັດ, ຄີຫຼັງ 7-8 ເສັ້ນກ້ານຄີອ່ອນ, ຄີກົ້ນ 5 ເສັ້ນກ້ານຄີອ່ອນ, ຄີເອິກ 7-9 ເສັ້ນກ້ານຄີອ່ອນ, ຄີທ້ອງ 8 ເສັ້ນກ້ານຄີອ່ອນ. ຫາງ: ເປັນງ່າມ ວ້ຳຢູ່ສ່ວນກາງເປັນ 2 ຊີກ, ສີຂອງລຳໂຕ: ສ່ວນເທິງຂອງລໍາໂຕເປັນສີນໍ້າຕານ, ດ້ານຂ້າງມີແຖບສີດຳຂະໜາດໃຫຍ່ກວມເອົາປະມານ 2 ແຖວເກັດ, ສ່ວນທ້ອງມີສີຂາວເງີນ, ຢູ່ໃກ້ກັບປາກ ແລະ ງ່ອນມີເມັດສິເຫຼືອງ.

ການກະຈາຍພັນ: ອ່າງແມ່ນໍ້າຂອງ ໃນລາວ, ໄທ ແລະ ກໍາປູເຈຍ

ປາຮາມ

ບັນຍາຍການນຳໃຊ້

ເປັນປາທີ່ເຫັນຂາຍທົ່ວໄປຕາມທ້ອງຕະຫຼາດໃນຊ່ວງລະດູການ. ສາມາດເຮັດອາຫານໄດ້ຫຼາຍຮູບແບບ. ການຫາບໍ່ຄວນຫາຫຼາຍເກີນໄປ ແລະ ບໍ່ຄວນຫາໃນຊ່ວງທີ່ປາຈະວາງໄຂ່ ເພາະຈະເຮັດໃຫ້ປະຊາກອນປາຫຼຸດລົງຢ່າງໄວວາ.

ປາເຕັມໄວ

ການສຶບພັນ ແລະ ວົງຈອນຊີວິດ

ເປັນປາທີ່ພົບຕາມແມ່ນ້ຳຂອງ ແລະ ສາຂາຕ່າງ. ພວກມັນຈະເຄື່ອນຍ້າຍເພື່ອຊອກຫາບ່ອນຫາກິນ ແລະ ວາງໄຂ່ໃນຊ່ວງລະດູຝົນ ແລ້ວຈະອົບພະຍົບລົງມາສູ່ແມ່ນ້ຳສາຍຫຼັກໃນຊ່ວງລະດູແລ້ງ.

ປານ້ອຍ

ການປະກອບສ່ວນ