APA 6th ed. ປາປາກ / Silver Barb. (2019, June 24). Retrieved from https://www.phakhaolao.la/index.php/kb/0000560
MLA 8th ed. ປາປາກ / Silver Barb. Pha Khao Lao, 24 June 2019, https://www.phakhaolao.la/index.php/kb/0000560.
Chicago 17th ed. Pha Khao Lao. 2019. "ປາປາກ / Silver Barb." Published June 24, 2019. https://www.phakhaolao.la/index.php/kb/0000560.
ການປະສົມພັນແບບທຳມະຊາດ
ຫາກເລືອກວິທີການນີ້ເມື່ອສິດຮໍໂມນແລ້ວ ກໍ່ຈະປ່ອຍພໍ່ແມ່ພັນລົງໃນໜອງລວມກັນ ໂດຍໃຊ້ອັດຕາສ່ວນ ແມ່ປາ 1 ຕົວ/ປາເພດຜູ້ 2 ຕົວ, ຄວນມີພື້ນທີ່ຢ່າງໜ້ອຍ 3 ຕາແມັດ ເລິກປະມານ 1 ແມັດ, ໜອງດັ່ງກ່າວຈະປ່ອຍແມ່ປາໄດ້ປະມານ 3 ຕົວ ເພື່ອຄວາມສະດວກໃນການແຍກພໍ່ແມ່ນພັນປາ ຄວນໃນອ້ວນຕາໜ່າງ ປູໃນໜອງຊັ້ນໜື່ງກ່ອນ ແລ້ວຈື່ງປ່ອຍພໍ່ແມ່ພັນລົງໄປ ແມ່ປາຈະວາງໄຂ່ຫຼັງການສິດ ປະມານ 4-7 ຊົ່ວໂມງ ໂດຍຈະໄລ່ຮັດກັນຈົນນ້ຳແຕກກະຈາຍ ເມື່ອສັງເກດວ່າແມ່ປາວາງໄຂ່ໝົດແລ້ວ ກໍ່ຍົກອວນຕາໜ່າງທີ່ປູໄວ້ອອກ ພໍ່ແມ່ປາຈະຕິດມາໂດຍໄຂ່ປາລອດຕາໜ່າງລົງລວມກັນໃນອ່າງ, ຈາກນັ້ນກໍ່ລວບລວມໄຂ່ໄປຟັກໃນກວຍຟັກ ການປະສົມພັນວິທີນີ້ຂໍ້ດີໃນເລື່ອງຄຸນນະພາບຂອງໄຂ່ທີ່ໄດ້ມັກຈະເປັນໄຂ່ທີ່ສຸກພໍດີ, ນອກຈາກນັ້ນຜູ້ລ້ຽງຍັງບໍ່ຕ້ອງເສຍເວລາດົນ ແຕ່ໃນບາງຄັ້ງ ປາຕົວຜູ້ ອາດບໍ່ສິດນ້ຳເຊື້ອປະສົມເຮັດໃຫ້ໄຂ່ທີ່ໄດ້ບໍ່ຟັກເປັນຕົວ ນອກຈາກນັ້ນໄຂ່ທີ່ລວບລວມໄດ້ມັກຈະບໍ່ສະອາດ.
ການປະສົມພັນທຽມ
ຫຼັງຈາກສິດປະມານ 4-5 ຊົ່ວໂມງຈະສາມາດຮິດໄຂ່ປາໄດ້ ໂດຍປາຈະມີອາການກະວົນກະວາຍນ້ຳໄປມາຮຸນແຮງຜິດປົກກະຕິ ບາງຕົວ ອາດຈະຂຶ້ນມາຮຸບ ອາກາດບໍລິເວນນໍ້າ ເມື່ອພົບວ່າປາມີອາຫານດັ່ງກ່າວກໍ່ຄວນກວດເບີ່ງຄວາມພ້ອມ ຂອງແມ່ປາ ໂດຍຈັບປາງາຍທ້ອງຂຶ້ນໂດຍຕົວປາຍັງຢູ່ໃນນ້ຳ ແລະ ບິບບໍລິເວນໃກ້ ຊ່ອງເພດເບົາໆ ຫາກພົບວ່າໄຂ່ພຸ່ງອອກມາຢ່າງງ່າຍກໍ່ນຳແມ່ປາມາຮິດໄຂ່ໄດ້ ການປະສົມພັນທຽມໃຊ້ວິທີແຫ້ງແບບດັດແປງໂດຍໃຊ້ຜ້າຂັບຕົວປາໃຫ້ ແລ້ວຮິດໄຂ່ລົງ ໃນພາຊະນະທີ່ແຫ້ງສະນິດ ຈາກນັ້ນນຳປາຕົວຜູ້ມາຮິດນ້ຳເຊື້ອລົງປະສົມ ໃນອັດຕາສ່ວນຂອງປາຕົວຜູ້ 1-2 ຕົວ ຕໍ່ໄຂ່ປາຈາກແມ່ໜື່ງ ໃຊ້ຂົນໄກ່ຄົນໄຂ່ກັບນ້ຳເຊື້ອໃຫ້ຈົນເຂົ້າກັນດີແລ້ວຈື່ງເຕີມນ້ຳສະອາດເລັກນ້ອຍພໍ່ຖ້ວມໄຂ່ ຄົນເລັກນ້ອຍໃນຂັ້ນຕອນນີ້ ເຊື້ອງຕົວຜູ້ກໍ່ຈະປະສົມກັບໄຂ່ ຈາກນັ້ນຈື່ງເຕີມນ້ຳຈົນເຕັມພາຊະນະຖ່າຍນ້ຳ ເປັນໄລຍະໆ ເພື່ອລ້າງໄຂ່ໃຫ້ສະອາດໄຂ່ຈະຄ່ອຍໆ ພອງນ້ຳ ແລະ ຂະຫຍາຍຂະໜາດຂື້ນຈົນພອງເຕັມທີ່ພາຍໃນເວລາປະມານ 20 ນາທີ ລະຫວ່າງຊ່ວງເວລາດັງກ່າວຕ້ອງຄອຍຖ່າຍນ້ຳຢູ່ສະເໜີ ເພື່ອປ້ອງກັນບໍ່ໃຫ້ໄຂ່ບາງສ່ວນເສຍ ເມື່ອໄຂ່ພອງເຕັມທີ່ແລ້ວກໍ່ສາມາດນຳໄປຟັກໃນກວຍຟັກໄດ້.