ປາພອນ / Smallscale mud carp
APA 6th ed. ປາພອນ / Smallscale mud carp. (2019, June 24). Retrieved from https://www.phakhaolao.la/index.php/kb/0000537
MLA 8th ed. ປາພອນ / Smallscale mud carp. Pha Khao Lao, 24 June 2019, https://www.phakhaolao.la/index.php/kb/0000537.
Chicago 17th ed. Pha Khao Lao. 2019. "ປາພອນ / Smallscale mud carp." Published June 24, 2019. https://www.phakhaolao.la/index.php/kb/0000537.
Cirrhina aurata Sauvage, 1878
Cirrhina microlepis Sauvage, 1878
Cirrhinus auratus Sauvage, 1878
Labeo aurovittatus Sauvage, 1878
Labeo pruol Tirant, 1885
Thai: Pla nuan chan, pla pon
Viet: Ca duong
ເປັນປາເກັດແຂງຂະໜາດໃຫຍ່, ງ່ຽງຫຼັງບໍ່ມີ, ກ້ານຄີອ່ອນ ມີ 15-16 ອັນ, ກະດູກກ້າງມີຈຳນວນ 40 ອັນ. ລັກສະນະໂດດເດັ່ນຈາກຊະນິດອື່ນໃນສະກຸນຄືມີຂະໜາດໃຫຍ່ ແລະ ເກັດຂ້າງຂະໜາດນ້ອຍ, ບໍ່ມີໜວດ, ສີທີ່ໂດດເດັ່ນ, ຕົວອ່ອນຈະມີສີຟ້າ, ຄີຫາງແດງ, ເຊິ່ງໃຫຍ່ກວ່າຫົວ, ລຳຕົວມີສີແດງ ຫຼື ສີຟ້າ ແລະ ເຂັ້ມໄປຫາຫາງ.
ປາພອນຈະເຄື່ອນຫຼາຍຄັ້ງ ຄື ເຄື່ອນຍ້າຍຈາກບ່ອນຫາກີນ ໄປສູ່ບ່ອນລີ້ໄພ, ກ່ອນໜ້າເຖີງອາຍຸເຕັມໄວ, ມີໄຂ່ ກໍ່ຈະເຄື່ອນຍ້າຍຂື້ນໄປສູ່ບ່ອນປະສົມພັນ. ຫຼັງຈາກປະສົມພັນໃນເດືອນພືດສະພາ-ມິຖຸນາແລ້ວ ໄຂ່ ແລະ ລູກອ່ອນກໍ່ຈະໄຫຼລ່ອງລົງຕາມກະແສນ້ຳໄປບ່ອນອະນຸບານຕມທົ່ງນ້ຳຖ່ວຍໃນອ່າງແມ່ນ້ຳຂອງຕອນໃຕ້. ໃນຕົ້ນລະດູຝົນປາຮາມຈະເຄື່ອນອອກຈາກທົ່ງນ້ຳຖ້ວມກັບຄືນສູ່ນ້ຳຂອງ ກ່ອນຈະເຄື່ອນຍ້າຍແບບເປັນຂະບວນໃຫຍ່ໄປສູ່ບ່ອນລີ້ໄພ. ເມື່ອລະດູຝົນຕໍ່ໄປມາເຖິງ, ປາລຸ້ນປາສາວທີ່ຍັງບໍ່ເຖີງກະສຽນ ຈະກັບຄືນໄປສູ່ທົ່ງນ້ຳຖ້ວມ, ສ່ວນຈຳພວກທີ່ເຖີງກະສຽນມີໄຂ່ຈະເຄືືອນຍ້າຍຂຶ້ນໄປຫາບ່ອນປະສົມພັນ ເພື່ອປະສົມພັນ.