ເຂົ້າຄໍາ / Khaokham Rice
APA 6th ed. ເຂົ້າຄໍາ / Khaokham Rice. (2019, April 3). Retrieved from https://www.phakhaolao.la/index.php/kb/0000179
MLA 8th ed. ເຂົ້າຄໍາ / Khaokham Rice. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000179.
Chicago 17th ed. Pha Khao Lao. 2019. "ເຂົ້າຄໍາ / Khaokham Rice." Published April 3, 2019. https://www.phakhaolao.la/index.php/kb/0000179.
ແນວພັນເຂົ້າຄໍາ (LG4400) ເປັນແນວພັນພຶ້ນເມືອງຂອງທ້ອງຖິ່ນເມືອງຜົ້ງສາລີ, ແຂວງຜົງສາລີ. ໃນປີ 2006, ສູນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ພາກເໜືອ ໄດ້ນໍາມາປູກເພື່ອຄັດເລືອກ ແລະ ໃນປີ 2008, ຈຶ່ງໄດ້ນໍາໄປປູກທົດສອບໃນພຶ້ນທີ່ໄຮ່ຂອງຊາວກະສິກອນ. ໃຫ້ຜົນຜະລິດປະມານ 1.4-2.6 ໂຕນ/ເຮັກຕາ, ອາຍຸ 130-135 ວັນ, ລວງສູງ 110-130 ຊມ, ເມັດເຂົ້າເປືອກສີເຫຼືອງດຳມີຂົນ, ຂະໜາດເມັດເຂົ້າສານຍາວ 9.54 ມມ, ກວ່າງ 3.70 ມມ, ໜາ 2.41 ມມ, ນໍ້າໜັກ 1000 ເມັດແມ່ນ 36.2 ກກ, ຄຸນນະພາບການກິນອ່ອນນຸ່ມດີ ແລະ ຄຸນນະພາບການສີ ແມ່ນ 65.6 %.
ປະຊາຊົນຂົງເຂດແຂວງຫຼວງນໍ້າທານິຍົມປູກເພື່ອບໍລິໂພກ ເພາະມີຄຸນນະພາບການກິນດີ ແລະ ເຫຼືອແຮໄວ້ຂາຍຈໍານວນໜຶ່ງ