ຫວາຍຫາງໜູນາ / Rice Rat Tail Rattane

ການນຳໃຊ້
ອາຫານ
ພືດເສັ້ນໃຍ
ສີນຄ້າ
ສີ່ງປູກສ້າງ
ຊື່ວິທະຍາສາດ / ຕະກຸນ
Calamus bimaniferus T.Evans , Sengdala , Viengkham , Thamm. & J.Dransf. / Arecaceae
ຊື່ພ້ອງ
ຊື່ອື່ນ
ລາວ: ຫວາຍຫາງໜູ, ຫວາຍຫາງໜູນ້ອຍ, ຫວາຍຂື້ໄກ່, ຣິອິດ
ບັນຍາຍລັກສະນະພືດສາດ

ລັກສະນະລຳຕົ້ນເກີດເປັນສຸມ, ເປັນເຄືອ, ຍາວ 3 ມ, ເສັ້ນຜ່ານສູນກາງ 1 ຊມ. ກາບໃບສີຂຽວ, ມີຂົນສີນ້ຳຕານ, ບໍ່ມີໜາມ ຫຼື ເປັນສະເກັດ, ປາຍແຫຼມສີດຳ, ລຽບ, ເປັນສັນຍາວ 0.7 ຊມ. ມີກາບຫຸ້ມ; ມີເຂົ່າໃບ; ມີມືເກາະ, ຍາວ 0.5 ມ; ກ້ານໃບຍ່ອຍ 15 ຊມ. ໃບຍາວເຖີງ 0.4 ມ, ມີ 4-8, ແຜ່ນໃບຮູບຮີ, ຈັດລຽງບໍ່ສະໝໍ່າສະເໜີ

ການກະແຈກກະຈາຍ ແລະ ຖິ່ນກຳເນີດ:. ພາກກາງ ແລະ ພາກໃຕ້ຂອງລາວ (ອາດຈະມີຢູ່ປະເທດໄທ) ພົບໃນປ່າດົງດິບ ຫຼື ປ່າດົງດິບທີ່ມີຄວາມສູງ 200-530 m. ການອອກດອກ ແລະ ຫມາກໄມ້: ອອກດອກເດືອນມັງກອນ.

ບັນຍາຍການນຳໃຊ້

ລຳຕົ້ນເປັນເສັ້ນໜຽວສາມາດນຳມາເຮັດເຄື່ອງຫັດຖະກຳໄດ້ຄຸນນະພາບສູງ

ການປະກອບສ່ວນ