ເອື້ອງຂໍ້ຕໍ່ / Articulated Pholidota
APA 6th ed. ເອື້ອງຂໍ້ຕໍ່ / Articulated Pholidota. (2019, April 3). Retrieved from https://www.phakhaolao.la/index.php/kb/0000130
MLA 8th ed. ເອື້ອງຂໍ້ຕໍ່ / Articulated Pholidota. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000130.
Chicago 17th ed. Pha Khao Lao. 2019. "ເອື້ອງຂໍ້ຕໍ່ / Articulated Pholidota." Published April 3, 2019. https://www.phakhaolao.la/index.php/kb/0000130.
Coelogyne khasyana (Rchb.f.) Rchb.f.
Pholidota articulata var. griffithii (Hook.f.) King & Pantl.
Pholidota articulata var. obovata (Hook.f.) Tang & F.T.Wang
Pholidota decurva Ridl.
Pholidota griffithii Hook.f.
Pholidota khasyana Rchb.f.
Pholidota lugardii Rolfe
Pholidota minahassae Schltr.
Pholidota obovata Hook.f.
Pholidota repens Rolfe
Thai: Ueuang To
ເປັນດອກເຜິ້ງທີ່ມີຂະໜາດກາງ, ເກີດຕາມກີ່ງງ່າໄມ້ ແລະ ຜາຫີນ, ລຳຕົ້ນເກີດຕໍ່ໆກັນ, ລຳຕົ້ນເກົ່າເກີດຈາກລຳຕົ້ນເກົ່າຕໍ່ຍາວ ກັນເປັນສາຍ. ໃບຮູບໄຂ່, ຮູບແຖບ ຫຼື ໃບຫອກ, ມີເສັ້ນຮອງຕາມລວງຍາວ. ດອກເປັນຊໍ່ຮຽວ, ຫ້ອຍລົງ, ໃບປະດັບເປັນສີນ້ຳຕານ. ມີດອກຈຳນວນຫຼາຍຕໍ່ຊໍ່ ມີກີ່ນອ່ອນໆ, ດອກເປັນສີຂາວ, ໃນກາງເປັນສີນ້ຳຕານປົນສີເຫຼືອງ.
ດອກເຜິ້ງຊະນີດນີ້ພົບໃນເຂດພູຫິມະໄລ, ເນປານ, ອິນເດຍ, ຕິເບດ, ຈີນ, ມຽນມ້າ, ໄທ, ລາວ, ກຳປູເຈຍ, ຫວຽດນາມ, ບູໄນ, ຈາວາ, ຊູລາເວສີ ແລະ ຊູມາດຕາ. ໃນທຳມະຊາດພົບເປັນພືດຂະໜາດກາງ, ເກີດຕາມຜາ ແລະ ຕົ້ນໄມ້ ພົບໃນປ່າປະສົມເຄີ່ງດົງດິບ ແລະ ພູສູງ. ພົບຢູ່ສູງຈາກລະດັບໜ້ານ້ຳທະເລປະມານ 300 ເຖີງ 1600 ມ.
ໃຊ້ລຳຕົ້ນປະສົມກັບນ້ຳມັນປາມ ໂດຍເອົາລຳຕົ້ນບົດໃຫ້ມູ່ນລະອຽດປະສົມກັບນ້ຳມັນປາມ ແລ້ວທາບໍລິເວນປວດຂໍ້.