ເອື້ອງໂມກ / Terete Leaf Papilionanthe
APA 6th ed. ເອື້ອງໂມກ / Terete Leaf Papilionanthe. (2022, August 1). Retrieved from https://www.phakhaolao.la/index.php/kb/0000128
MLA 8th ed. ເອື້ອງໂມກ / Terete Leaf Papilionanthe. Pha Khao Lao, 1 August 2022, https://www.phakhaolao.la/index.php/kb/0000128.
Chicago 17th ed. Pha Khao Lao. 2022. "ເອື້ອງໂມກ / Terete Leaf Papilionanthe." Published August 1, 2022. https://www.phakhaolao.la/index.php/kb/0000128.
Papilionanthe teres f. candida (Rchb.f.) Christenson
Vanda teres (Roxb.) Lindl.
Vanda teres var. candida Rchb.f.
Vanda teres var. canida Rchb. f.
Thai: Ueang kean, Ueang mok, Mok kulap
ເປັນດອກເຜິ້ງທີ່ມີກີ່ງງ່າ, ທີ່ມີລຳຕົ້ນຮຽວຍາວ, ຕັ້ງຊື່ ຫຼື ໂຄດໂຄງໄປມາ, ໃບເປັນທ້ອນກົມຄ້າຍຄືລຳຕົ້ນ, ຕິດຢູ່ທົນຈົນຮອດອອກໃບ. ຊໍ່ດອກອອກຕໍ່ກົງກັນຂ້າງກັບໃບ, ຊໍ່ດອກຕໍ່ຊື່ ຫຼື ເອັນເລັກນ້ອຍ, ຍາວເຖີງ 15-30 ຊມ, ມີດອກຈຳນວນ 3-6 ດອກຕໍ່ຊໍ່, ດອກເກີດ ລຽນກັນຕາມກ້ານຊໍ່ດອກທີ່ຊິກແຊກໄປມາ. ດອກສີບົວປົນສີເຫຼືອງ ແລະ ມີຈຸດເປັນສີນ້ຳຕານ, ດອກມີກີ່ນຫອມອ່ອນ.
ດອກເຜິ້ງຊະນິດນີ້ພົບຢູ່ຈິນ, ອະຊຳ, ບັງກລາເທດ, ອິນເດຍ, ເນປານ, ມຽນມາ, ໄທ, ລາວ ແລະ ຫວຽດນາມ. ໃນທຳມະຊາດ ມັກພົບຕາປ່າໂຄກ, ຜາຫິນປູນຕາມປ່າປະສົມປ່ຽນໃບ, ເປັນລຳຍາວຂະຫຍາຍຕົວໄປທາງປາຍຍອດ. ພົບຢູ່ສູງຈາກລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 200 ຫາ 1200 ມ.
ເອົາລຳຕົ້ນ ຫຼື ກີ່ງງ່າມາຕຳໃຫ້ລະອຽດ ແລ້ວພົກໃຫ້ບ່ອນເຈັບຂອງກະດູກ. ຂາຍ 15,000-30,000 ກິບຕໍ່ຕົ້ນ.