ເອື້ອງເຫຼືອງຈັນທະບູນ / Friederick's Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium friedericksianum Rchb.f. / Orchidaceae
ຊື່ພ້ອງ
Dendrobium friedericksianum var. oculatum Seidenf. & Smitinand
ຊື່ອື່ນ
Thai: Lueang chantabun
ບັນຍາຍລັກສະນະພືດສາດ

ລຳຕົ້ນເມື່ອເກີດໃບຈະຫຼົ່ນເມື່ອເຖີງລະດູແຫ້ງ. ລຳຕົ້ນຕັ້ງຊື່, ຮຽວຍາວ, ຮູບກະສ້ວຍ, ສີເຫຼືອງປົນສີຂຽວ. ດອກເກີດຈາກຂໍ້ຂອງລຳຕົ້ນໃກ້ປາຍ, ກ້ານຊໍ່ດອກສັ້ນມີ 2-4 ດອກ, ດອກທົນໄດ້ຫຼາຍວັນ, ດອກມີຂະໜາດກາງ. ດອກສີເຫຼືອງມີຈຸດສີດຳ ຫຼື ສີນ້ຳຕານເຂັ້ມຢູ່ເຄີ່ງກາງ.

ດອກເຜິ້ງຊະນິດນີ້ພົບໃນປະເທດລາວ, ໄທ, ມາເລເຊຍ ແລະ ກຳປູເຈຍ. ໃນທຳມະຊາດເກີດຕາມຕົ້ນໄມ້ ແລະ ກີ່ງງ່າໄມ້ ທີ່ສູງປະມານ 20 ມ, ພົບໃນປ່າປະສົມເຄີ່ງດົງດິບ, ມັກເກີດບ່ອນອາກາດອົບອຸ່ນ.

ບັນຍາຍການນຳໃຊ້

ລຳຕົ້ນແຫ້ງເພື່ອຮັກສາອາກາດເຈັບທ້ອງ, ປາກແຫ້ງ ແລະ ເຈັບປາກ. ເຫງົ້າສົດເກັບກູ້ເພື່ອນຳມາຂາຍຕາມຕະຫຼາດທ້ອງຖີ່ນ, ເພື່ອປູກເປັນພືດປະດັບ ແລະ ລຳຕົ້ນເພື່ອເຮັດຢາ. ລາຄາຂາຍ 15,000 ກິບຕໍ່ເຫງົ້າ, 30,000-50,000 ກິບຕໍ່ກິໂລສົດ, 80,000-120,000 ກິໂລແຫ້ງ.

ການປະກອບສ່ວນ