ເອື້ອງພວງຍົກ / Findlay's Dendrobium

ການນຳໃຊ້
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium findlayanum E.C.Parish & Rchb.f. / Orchidaceae
ຊື່ພ້ອງ
Callista findlayana (E.C.Parish & Rchb.f.) Kuntze
ຊື່ອື່ນ
Chinense: Bang Jie Shi Hu
Thai: Phuang yok
ບັນຍາຍລັກສະນະພືດສາດ

ລຳຕົ້ນກີ້ວເຂົ້າບໍລິເວັນຂໍ້, ປ້ອງບວມພ່ອງອອກ, ມີປະມານ 7 ປ້ອງ, ສີຂຽວປົນສີເຫຼືອງ, ຍາວ ປະມານ 50 ຊມ, ລຳຕົ້ນກົ່ງໂຄງເມື່ອແກ່. ໃບຮູບຮີຍາວ ຫຼື ຮູບໃບຫອກ, ປາຍໃບແຫຼມ, ສີຂຽວອ່ອນດ້ານລຸ່ມ. ດອກບານໃນຊ່ວງລະດູໜາວ ແລະ ລະດູແລ້ງ, ກ້ານດອກສັ້ນ ເກີດຈາກງ່າມໃບຂອງລຳຕົ້ນໃກ້ກັບປາຍລຳຕົ້ນ, ດອກສີຂາວ ປົນສີບົວ ແລະ ມີຈຸດສີເຫຼືອງຢູ່ເຄີ່ງກາງ. ດອກມີກີ່ນຫອມອ່ອນໆ. ໃນຊໍ່ໜື່ງມີດອກຈຳນວນໜ້ອຍມີພຽງ 1-3 ດອກ.

ດອກເຜິ້ງຊະນິດນີ້ພົບກະຈາຍພັນຢູ່ເຂດພູຫິມະໄລຂອງປະເທດຈີນ, ມຽນມາ, ໄທ, ແລະ ລາວ. ໃນທຳມະຊາດເປັນພືດທີ່ມີຂະໜາດກາງ, ມັກອາກາດເຢັນ ເປັນພືດທີ່ເກີດຕາມຕົ້ນໄມ້ ແລະ ກີ່ງງ່າຂອງຕົ້ນໄມ້, ມັກອາກາດອົບອຸ່ນ, ພົບໃນລະດັບຄວາມສູງຈາກຫນ້າທະເລແຕ່ 1000-17000 ມ, ສ່ວນຫຼາຍພົບໃນປ່າດົງດິບ ແລະ ປ່າປະສົມປ່ຽນໃບ.

ບັນຍາຍການນຳໃຊ້

ສີນຄ້າ: ມີການເກັບກູ້ເພື່ອເປັນສີຂາຍ, ໂດຍຂາຍລາຄາ 25,000-100,000 ກິບຕໍ່ເຫງົ້າ, ເພື່ອປູກເປັນພືດປະດັບ

ການປະກອບສ່ວນ