ເອື້ອງມັດສາ / Farmer's Dendrobium
APA 6th ed. ເອື້ອງມັດສາ / Farmer's Dendrobium. (2019, April 3). Retrieved from https://www.phakhaolao.la/index.php/kb/0000112
MLA 8th ed. ເອື້ອງມັດສາ / Farmer's Dendrobium. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000112.
Chicago 17th ed. Pha Khao Lao. 2019. "ເອື້ອງມັດສາ / Farmer's Dendrobium." Published April 3, 2019. https://www.phakhaolao.la/index.php/kb/0000112.
Callista farmeri (J. Paxton) Brieger
Dendrobium farmeri var. albiflorum C.Morren
Dendrobium farmeri var. aureoflavum Hook.f.
ລຳຕົ້ນຮູບກະສ້ວຍ, ມີ 4 ລ່ຽມ, ມີໃບ 2-4 ໃບຕໍ່ຕົ້ນ. ໃບຮູບໄຂ່ ຫຼື ຮູບຫອກ, ປາຍແຫຼມ ຫຼື ຮຽວແຫຼມ, ຂອບໃບລຽບ, ແຜ່ນໃບໜາ, ດອກເກີດເປັນຊໍ່ດອກທີ່ເກີດຈາກຂໍ້ຂອງລຳຕົ້ນ, ດອກເປັນສີບົວປົນສີຂຽວ, ມີຈຸດສີເຫຼືອງຢູ່ໃຈກາງດອກ, ດອກມີກີ່ນຫອມອ່ອນໆ. ມີດອກຈຳນວນຫຼາຍຕໍ່ຊໍ່, ຊໍ່ດອກຍາວ 20 ຊມ, ດອກມັກເກີດໃນຊ່ວງລະດູຝົນ.
ດອກເຜິ້ງຊະນິດນີ້ພົບໃນປະເທດເນປານ, ມຽນມາ, ໄທ, ລາວ ແລະ ມາເລເຊຍ. ໃນທຳມະຊາດ ດອກເຜິ້ງຊະນິດນີ້ຈັບຫ້ອຍຢູ່ຕາມກີ່ງງ່າໄມ້ ແລະ ລຳຕົ້ນ, ມັກອາກາດອົບອຸ່ນ, ພົບໃນປ່າດົງດິບເຂດຕໍ່າ ແລະ ພູເຂົາສູງ ແຕ່ລະດັບຄວາມສູງຈາກໜ້ານ້ຳທະເລແຕ່ 200 ຫາ 1000 ມ.
ນຳໃຊ້ເປັນຢາພື້ນເມືອງໂດຍໃຊ້ສ່ວນຂອງລຳຕົ້ນແຫ້ງ ຫຼື ສົດເພື່ອນຳໃຊ້ເປັນຮັກສາພູມຄູ້ມກັນຂອງຮ່າງກາຍ.