ເອື້ອງກະເລ້ໃບຫາງແຂ້ / Aloe-Leafed Cymbidium
APA 6th ed. ເອື້ອງກະເລ້ໃບຫາງແຂ້ / Aloe-Leafed Cymbidium. (2019, April 3). Retrieved from https://www.phakhaolao.la/index.php/kb/0000104
MLA 8th ed. ເອື້ອງກະເລ້ໃບຫາງແຂ້ / Aloe-Leafed Cymbidium. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000104.
Chicago 17th ed. Pha Khao Lao. 2019. "ເອື້ອງກະເລ້ໃບຫາງແຂ້ / Aloe-Leafed Cymbidium." Published April 3, 2019. https://www.phakhaolao.la/index.php/kb/0000104.
Cymbidium erectum Wight
Cymbidium intermedium H.G.Jones
Cymbidium pendulum (Roxb.) Sw.
Cymbidium simulans Rolfe
Epidendrum aloides Curtis
ເປັນດອກເຜິ້ງອີງອາໄສ ແລະ ເກີດຕາມຜາຫີນທີ່ມີຄວາມຊຸ່ມຊື່ນ, ມັກອາກາດຮ້ອນອົບອຸ່ນ, ເປັນດອກເຜິ້ງທີ່ມີ ລຳຕົ້ນຂະໜາດນ້ອຍ, ມີກາບຫຸ້ມໄວ້, ບາງ ແລະ ແຫ້ງງ່າຍ. ໃບຕັ້ງຊື່, ເປັນຮູບຂອບຂະໜານ, ປາຍໃບເປັນສອງແສກ. ຊໍ່ດອກຍາວ 75 ຊມ, ຫ້ອຍລົງ ແລະ ມີດອກຈຳນວນ 45 ດອກ ຫຼື ຫຼາຍກວ່ານີ້, ດອກມັກເກີດໃນຊ່ວງລະດູແຫ້ງ.
ດອກເຜິ້ງຊະນີດນີ້ມັກພົບຢູນານຂອງຈີນ, ອະຊຳ, ບັງກລາເທດ, ພູຫິມະໄລ, ເນປານ, ອິນເດຍ, ໝູ່ເກາະອັນດາມັນ, ມຽນມ້າ, ໄທ, ລາວ, ກຳປູເຈຍ ແລະ ຫວຽດນາມ. ໃນທຳມະຊາດພົບໃນປ່າດົງດິບ ແລະ ປ່າປະສົມປ່ຽນໃບ ຫຼື ພົບໃນປ່າໂຄກ. ພົບແຕ່ລະດັບຄວາມສູງຈາກໜ້ານ້ຳທະເລ 1100 ມ.
ໃບສົດອວບໜາ, ຮັກສາຄວາມສົດໄດ້ດີ ແລະ ນ້ຳໃນໃບສາມາດຮັກສາອາການປວດຫູໄດ້. ສຳຫຼັບການຮັກສາ ພະຍາດຫູໜອງ ແລະ ການອັບເສບຂອງຫູ ໂດຍການນຳໃຊ້ທັ້ງຕົ້ນ ປະສົມກັບຂີງ ແລະ ນ້ຳ ແລ້ວໃສ່ຫູ. ພືດທັ້ງຕົ້ນໃຊ້ເພື່ອຮັກສາອາກາດປວດຮາກ ແລະ ຖອກທ້ອງ, ຮັກສາພະຍາດເຣືອຮັງຂອງກະເພາະລຳໄສ້.