ເຫັດກ້ານຈອງດຳ / Wood-decay Fungi
APA 6th ed. ເຫັດກ້ານຈອງດຳ / Wood-decay Fungi. (2019, April 3). Retrieved from https://www.phakhaolao.la/index.php/kb/0000075
MLA 8th ed. ເຫັດກ້ານຈອງດຳ / Wood-decay Fungi. Pha Khao Lao, 3 April 2019, https://www.phakhaolao.la/index.php/kb/0000075.
Chicago 17th ed. Pha Khao Lao. 2019. "ເຫັດກ້ານຈອງດຳ / Wood-decay Fungi." Published April 3, 2019. https://www.phakhaolao.la/index.php/kb/0000075.
Polyporus sandakanii Lloyd
Amauroderma rugosum var. latiporum Corner
Fomes rugosus Nees
Chinese: Jiǎ zhī [假芝]
ດອກເຫັດລັກສະນະຄ້າຍຄືຈອງ, ສູງປະມານ 20 ຊມ. ໝວກເຫັດ ກວ້າງ 2−15 ຊມ, ຮູບເຄີ່ງວົງມົນ ແລະ ບໍ່ລຽບ ຫຼື ຄ້າຍຮູບວີ, ເນື້ອບາງ ຫຼື ໜາ, ໜຽວ ແລະ ແຂງ, ມີຮ່ອງນູ່ນ ແລະ ຍັບຍໍ້, ໂດຍທົ່ວໄປຈະເປັນສີນ້ຳຕານເຂັ້ມ ແລ້ວປ່ຽນເປັນສີດຳ, ເມື່ອແກ່ຈະດຳເສົ້າ (ລວມທັ້ງຂອບ), ດ້ານລຸ່ມຈະເປັນສີເທົາຈ່າງໆ, ໜວກທີ່ກຳລັງ ຈະເລີນເຕີບໂຕເຕັມທີ່ຈະເປັນສີນ້ຳຕານຄ້າຍໝາກເກົາລັດ, ຂອບມັກຈະປັນສີຂາວ, ຂອບເປັນຮູບຕັດ.
ຢາພື້ນເມືອງ: ຢາພື້ນເມືອງແມ່ນໃຊ້ເພື່ອຮັກສາການອັບເສັບກະເພາະອາຫານ, ຂັບປັດສະວະ ແລະ ປ້ອງກັນ ພະຍາດມະເຮັງ (Chan et al. 2015). ການວິເຄາະທາງໂພຊະນາການຂອງເສັ້ນໃຍແຫ້ງຂອງ A. rugosum (KUM 61131) ຈາກການປູກ ພົບວ່າມີທາດ ຄາຣ໌ໂບໄຮເດຣດ, ໂປຣຕີນ, ເສັ້ນໃຍອາຫານ, ຟົສຟໍຣັດ, ໂປເທສຊຽມ ແລະ ໂຊດຽມ