ເຫັດບົດ / Tiger Lentinus
APA 6th ed. ເຫັດບົດ / Tiger Lentinus. (2019, April 29). Retrieved from https://www.phakhaolao.la/index.php/kb/0000070
MLA 8th ed. ເຫັດບົດ / Tiger Lentinus. Pha Khao Lao, 29 April 2019, https://www.phakhaolao.la/index.php/kb/0000070.
Chicago 17th ed. Pha Khao Lao. 2019. "ເຫັດບົດ / Tiger Lentinus." Published April 29, 2019. https://www.phakhaolao.la/index.php/kb/0000070.
Panus polychrous (Lév.) Singer ex Balf.-Browne
Pocillaria polychroa (Lév.) Kuntze
Thai: Het lom, Het hom kaaw
Chinese: 赭褐環柄香菇 (Zhě hè huán bǐng xiānggū)
ດອກເຫັດກວ້າງ 5−16 ຊມ, ເປັນຮູບຈວຍ ແລະ ຄ້າຍຮູບລຳໂພງບ້ຽວໄປທາງດ້ານຂ້າງເລັກນ້ອຍ ຫຼື ເປັນຮູບເຄີ່ງວົງມົນ, ຊ້ອນກັນສີເທົາຈາກນັ້ນເປັນສີນ້ຳຕານ, ຫຼື ປົນສີເຫຼືອງອ່ອນປະສົມສີເທົາ ແລະ ສີນ້ຳຕານໃກ້ ຂອບດອກເຫັດ, ດອກເຫັດເປັນເກັດກະຈາຍ, ບາງບໍລິເວນຂ້ອນຂ້າງລຽບ. ກ້ານດອກເຫັດຂະໜາດ 0.5−2.5 ຊມ x 4−18 ມມ, ປາຍເປັນຮູບຈວຍໃຫຍ່ຂື້ນ, ໂຄນຮຽວນ້ອຍ ມັກເປັນສີດຳປົນສີນ້ຳຕານ, ດອກອ່ອນຈະເປັນ ສີດຳເຂັ້ມກວ່າດອກແກ່. ຟີມເຫັດເປັນຮ່ອງ ແລະ ບໍ່ເທົ່າກັນຈຸ້ມຢູ່ປາຍກ້ານ ແລ້ວຍາວໄປຮອດ ຂອບດອກມີປະມານ 15−98 ເສັ້ນ, ກວ້າງປະມານ 24.5 ມມ, ມີ 5−7 ແຖວສັ້ນລົງ, ມີປະມານ 1−3 ເທື່ອໃກ້ກັບກ້ານ ດອກເຫັດ, ສ່ວນຫຼາຍຈະເປັນສີນ້ຳຕານປົນສີດຳ ແລະ ມີເສັ້ນຂົນຝອຍໆ. ດອກສົດຈະໜາ 3−8 ມມ ໃນເຄີ່ງກາງ ດອກເຫັດ, ສ່ວນອື່ນແມ່ນໜາ 0.5−2 ມມ ໃກ້ກັບຂອບດອກເຫັດ.
ເປັນເຫັດທີ່ນິຍົມຊະນີດໜື່ງທີ່ການນຳມາເປັນອາຫານຢ່າງກວ້າງຂວາງສາມາດປຸ່ງແຕ່ງເປັນອາຫານໄດ້ຫຼາກຫຼາຍ, ສາມາດເກັບຕາມທຳມະຊາດໃນຊົນນະບົດ, ແຕ່ສ່ວນຫຼາຍແມ່ນໄດ້ມີການປູກເພື່ອເປັນສີນຄ້າ. ສານສະກັດຈາກເຫັດບົດໂດຍໃຊ້ອາຍນ້ຳ ເຊີ່ງວິເຄາະໄດ້ທາດທີ່ສາມາດເປັນພູມຄູ້ມກັນຂອງຮ່າງກາຍ. ເປັນເຫັດທີ່ມີທາດໂປຣຕິນ (57.6g/100g) ແລະ ໄຂມັນຕໍ່າ (0.5g/100g), ປະກອບມີ ເມັກເນຊຽມຈຳນວນຫຼາຍ, ໂປແທດຊຽມ (0.5g/100g), ວິຕາມີນ (1.42mg/100g) ແລະ ວິຕາມີນ (194.29mg/100g) ລວມໄປເຖີງ ເພໂນລິກ ປະສົມ 39.16mg/100g.