ເອື້ອງຫາງກະຮອກ / The Blunt Tail Orchid

ການນຳໃຊ້
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Rhynchostylis retusa ( L. ) Blume.
ຊື່ພ້ອງ
Aerides retusa (L.) Sw.
Epidendrum retusum L.
Gastrochilus retusus (L.) Kuntze
Limodorum retusum (L.) Sw.
Rhynchostylis retusa f. albiflora (I.Barua & Bora) Christenson
Saccolabium retusum (L.) Voigt
ຊື່ອື່ນ
Chinese: Zuan Hui Lan
Thai: Phuang malai, Hang karawk, Aiyaret
ບັນຍາຍລັກສະນະພືດສາດ

ເປັນດອກເຜີ້ງອີງອາໄສ, ຂະໜາດນ້ອຍ, ລຳກົມ, ມີຄວາມໜາ 0.2-0.5 ຊມ ແລະ ຍາວ 5-12 ຊມ, ປົ່ງໃບ 5-8 ໃບ, ຢູ່ປາຍລຳອ່ອນ. ຊໍ່ດອກປົ່ງຈາກງ່າມຂອງໃບຢູ່ຍອດສຸດ, ຍາວເຖີງ 40 ຊມ, ສ້ວຍລົງ ແລະ ປະກອບມີ 35-40 ດອກ, ສີຂາວ ແລະ ສີຊົມພູ, ຊຶ່ງມີຂະໜາດກວ້າງ 2 ຊມ.

ບັນຍາຍການນຳໃຊ້

ດອກເຜິ້ງຊະນິດນີ້ແມ່ນຫາຍາກເກັບກູ້ທັ້ງຕົ້ນເພື່ອປູກເປັນພືດປະດັບ. ຜູ້ໜື່ງສາມາດເກັບກູ້ໄດ້ 4-10 ຕົ້ນ/ວັນ ແລະ ສາມາດຂາຍໄດ້ໃນລາຄາ 200,000 ກີບ/ຕົ້ນ.

ການປະກອບສ່ວນ