ເອື້ອງມອນໄຂ່ / Pine Cone-Like Raceme Dendrobium

ການນຳໃຊ້
ສີນຄ້າ
ພືດເປັນຢາ
ພືດປະດັບ
ຊື່ວິທະຍາສາດ / ຕະກຸນ
Dendrobium thyrsiflorum B.S.Williams/Orchidaceae
ຊື່ພ້ອງ
Callista thyrsiflora (B.S.Williams) M.A.Clem.
Dendrobium densiflorum var. alboluteum Hook.f.
Dendrobium galliceanum Linden
Dendrobium thyrsiflorum var. bronckartii Cogn.
ຊື່ອື່ນ
Chinese: Qui Hua Shi Hu
Thai: Ueang mawn khai
ບັນຍາຍລັກສະນະພືດສາດ

ເປັນດອກເຜິ້ງອີງອາໄສ, ລຳເປັນຫຼ່ຽມສີຂຽວເຂັ້ມ, ຍາວ 30-40 ຊມ ແລະ ໜາ 0.1-1 ຊມ, ມີກາບສີຂາວ ໂອບຢູ່ນຳຂໍ້ ປ້ອງ. ຢູ່ປາຍລຳອ່ອນມີໃບປົ່ງອອກ 3-5 ໃບ. ຊໍ່ດອກຍາວເຖີງ 30 ຊມ, ປະກອບມີຫຼາຍດອກສີຂາວເຫຼືອງ. ແຕ່ດອກ ອ່ອນເປັນສີຂາວເອື້ອງມອນໄຂ່.

ບັນຍາຍການນຳໃຊ້

ເອື້ອງມອນໄຂ່ເປັນດອກເຜີ້ງປະດັບທີ່ເຫັນປູກກັນທົ່ວໄປ ແລະ ມີຄວາມຕ້ອງການສູງ. ຕົ້ນໜຶ່ງມີລາຄາເຖີງ 15000 ກິບ. ການເກັບຕາມປ່າທຳມະຊາດຍັງພໍໄດ້ເຖີງ 3 - 5 ກລ/ຄົນ/ວັນ

ການປະກອບສ່ວນ