ຫວາຍໜາມຫ່າງ / Big Thorn Rattan
APA 6th ed. ຫວາຍໜາມຫ່າງ / Big Thorn Rattan. (2021, August 28). Retrieved from https://www.phakhaolao.la/index.php/kb/0000030
MLA 8th ed. ຫວາຍໜາມຫ່າງ / Big Thorn Rattan. Pha Khao Lao, 28 August 2021, https://www.phakhaolao.la/index.php/kb/0000030.
Chicago 17th ed. Pha Khao Lao. 2021. "ຫວາຍໜາມຫ່າງ / Big Thorn Rattan." Published August 28, 2021. https://www.phakhaolao.la/index.php/kb/0000030.
Calamus gregisectus Burret
Calamus humilis Roxb.
Calamus kerrianus Becc.
Calamus loeiensis Hodel
Calamus macracanthus T.Anderson
Calamus palustris Griff.
Calamus palustris var. cochinchinensis Becc.
Palmijuncus humilis (Roxb.) Kuntze
Palmijuncus latifolius (Roxb.) Kuntze
Palmijuncus macracanthus (T.Anderson) Kuntze
Palmijuncus palustris (Griff.) Kuntze
ກຳປູເຈຍ: ປະດາວສະແວັງ, ຂະບັງຕຣົງ, ຕະໂອ່ນ
ຫວຽດນາມ: ເໝີຍເຕົ່າ, ຊ໋ອງ, ຊ໋ອງແກັດ, ຊ໋ອງເໝີຍ
ລຳຕົ້ນເກີດເປັນສຸມ, ເປັນເຄືອ, ເສັ້ນລຳຍາວເຖິງ 30 ມ, ເສັ້ນຜ່າສູນກາງ 3 ຊມ; ກາບໃບສີຂຽວ, ມີຂົນຂາວ ຫຼື ສີນ້ຳຕານປົກຫຸ້ມເປັນຈຸດໆ, ມີໜາມສີນ້ຳຕານແດງ, ຍາວ 5 ຊມ, ປາຍໜາມໂຄ້ງກົງ ແລະ ມີໜາມຂະໜາດນ້ອຍສັບປົນ, ປົກຫຸ້ມກະແຈກກະຈາຍ; ຫູໃບນ້ອຍ, ບໍ່ມີໜາມ; ເຂົ່າໃບພົ້ນເດັ່ນ; ບໍ່ມີມືຈັບເກັບຢູ່ກາບໃບ, ກ້ານໃບສັ້ນ ຫຼື ຍາວເຖິງ 30 ຊມ, ດ້ານເທີງຂອງກ້ານພຽງ ແລະ ມີໜາມ, ກ້ານກາງໃບຍາວ 1.7 ມ, ໃບຍ່ອຍຮູບຫອກ, ແຕ່ລະຂ້າງມີ 16-20 ໃບ, ໃບຍ່ອຍຮຽງບໍ່ສະໝ່ຳສະເໝີ ຫຼື ມີໜ້ອຍທີ່ສຸດຮຽງສະໝ່ຳສະເໝີ; ມືເກາະຢູ່ປາຍໃບເດັ່ນຊັດ, ຍາວ 2 ມ; ຊໍ່ດອກຍາວ 1.3 ມ, ບໍ່ມີມືເກາະ, ຊໍ່ດອກຕັ້ງ; ກາບຊ້ອນຊໍ່ດອກເປັນຫຼອດ; ໝາກບໍ່ໄດ້ເກີດຢູ່ກ້ານສັ້ນ, ຮູບກົມສ້ວຍ ຫຼື ກົມຮູບໄຂ່, ຍາວ 1.2 ຊມ ແລະ ກວ້າງ 1 ຊມ, ສີເຫຼືອງ, ປາຍໝາກຄ້າຍຄືຂວັ້ນນົມ, ເກັດຫຸ້ມໝາກບໍ່ເປັນຮ່ອງ.
ເສັ້ນລຳມີຄຸນນະພາບສູງໃຊ້ເຮັດຫັດຖະກຳເຄື່ອງເຮືອນ. ຍອດອ່ອນສາມາດກີນໄດ້ ແລະ ໝາກສຸກສາມາດເປັນອາຫານສັດປ່າ.