ໝົກປາແດກ

ບົວວອນ ທິບພາວັນ
ໝົກປາແດກ ຫອມເຄື່ອງເທດສະໝຸນໄພ
ເຮືອນຄົວລາວ
ໝົກປາແດກ
phakhaolao.la

ສ່ວນປະກອບ:

  • ປາແດກ
  • ໝາກເຂືອ
  • ຫົວສີໄຄ
  • ເກືອ
  • ແປ້ງນົວ
  • ໝາກເຜັດດິບ

ຂັ້ນຕອນການປຸງແຕ່ງ

  1. ນໍາເອົາໃບຕອງໄປຕາກແດດ ຫຼື ລົ່ນໄຟເພື່ອເຮັດໃຫ້ໃບຕອງອ່ອນ ມັນຈະຊ່ວຍເຮັດໃຫ້ຫໍ່ໄດ້ງ່າຍ ແລະ ບໍ່ແຕກ.
  2. ຊອຍຫົວສີໃຄ, ໝາກເຂືອ, ໝາກເຜັດໃຫ້ເປັນຕ່ອນນ້ອຍໆ.
  3. ປາແດກ 3-4 ບ່ວງແກງໃສ່ຖ້ວຍ ຫຼື ໃສ່ຊາມຕາມຄວາມເໝາະສົມ ຈາກນັ້ນກໍເອົາໝາກເຂືອທີ່ຊອຍໄວ້ແລ້ວນັ້ນລົງ ພ້ອມກັບເອົາໝາກເຜັດໃສ່, ເອົາຫົວສີໄຄທີ່ຊອຍໄວ້ນັ້ນລົງ ແລ້ວຕື່ມເກືອ ½ ບ່ວງກາເຟ, ແປ້ງນົວ 1 ບ່ວງກາເຟ ລົງໄປແລ້ວຄົນໃຫ້ເຂົ້າກັນ.
  4. ຈາກນັ້ນກໍນຳໄປໃສ່ໃບຕອງທີ່ກຽມໄວ້ ເພື່ອຫໍ່ແລ້ວເອົາໄປປີ້ງປະມານ 15 ນາທີ

ເພື່ອໃຫ້ຄວາມແນ່ໃຈວ່າມັນສຸກດີ ແລ້ວກ່ອນຈະຮັບປະທານ ເຮົາຄວນໄຂໝົກອອກມາ ບີບເບິ່ງໝາກເຂືອ ຖ້າໝາກເຂືອເປື່ອຍແລ້ວກໍສາມາດຮັບປະທານໄດ້ເລີຍ

Contribute