ໝາກເຂືອຍາວ / Eggplant

Associated Species
Use
Food
Income
Medicine
Scientific Name / Family
Solanum melongena L. / Solanaceae
Synonyms
Solanum melongena L.
Solanum melongena var. depressum L.
Solanum melongena var. esculentum (Dunal) Nees
Solanum melongena var. inerme (Dunal) Hiern
Solanum melongena var. serpentinum L.
Other Names
ລາວ: ໝາກເຂືອຍາວ
ໄທ: ມະເຂືອຍາວ, ມະເຂືອໄຂ່ມ້າ, ມະແຂ້ວງ, ມະເຂືອປ້າວ, ມະເຂືອຝຣັ່ງ, ມະເຂືອຂາວ
Chinese: 茄
Botanical Description

ເປັນໄມ້ລົ້ມລຸກ, ລໍາຕົ້ນມີຄວາມສູງ 0.5-1 ມ. ລໍາຕົ້ນຈະແຂງແຮງ, ມີສີຂຽວ ຫຼື ສີມ່ວງ, ລໍາຕົ້ນມີຂົນນຸ່ມ ແລະ ສັ້ນປົກຄຸ່ມໄປທົ່ວ ຫຼື ອາດມີໜາມນ້ອຍໆ. ຈະແຕກກິ່ງງ່າຢ່າງໜາແໜ້ນ. ໃບຈະອອກສະຫຼັບກັນ, ໃບເປັນຮູບຄ່ອນຂ້າງມົນ, ໂຄນໃບບ່ຽວ, ປາຍໃບແຫຼມ, ຂອບໃບແຂ້ວເລື້ອຍ ຫຼື ເປັນຄື້ນຫຼັງໃບ ແລະ ທ້ອງໃບຈະມີຂົນນຸ່ມປົກຄຸ່ມ, ຂະໝາດ 5-12 x 4-7 ຊມ. ກ້ານໃບຍາວປະມານ 4 ຊມ. ດອກອອກເປັນຊໍ່ ຫຼື ອອກເປັນດອກດ່ຽວ, ດອກມີສີມ່ວງ, ກີບດອກ 5 ກີບ, ກີບເຊື່ອມຕິດກັນ, ປາຍແຍກຈາກກັນເປັນ 5 ແສກ, ປາຍແຫຼມ, ກາງດອກມີເກສອນຕົວຜູ້ 5 ອັນ ແລະ ເກສອນແມ່ 1 ອັນ, ຕິດຢູ່ກັບກີບດອກ, ກ້ານເກສອນ ແລະ ຖົງລະອອງເກສອນເປັນສີເຫຼືອງ. ໝາກກົມຍາວ ມີສີຂຽວອ່ອນ, ສີມ່ວງກໍ່າ ຫຼື ເປັນສີຂາວ, ຜິວເປືອກຈະລຽບກ້ຽງເປັນມັນ, ໝາກກໍ່ຈະມີກາບດອກສີຂຽວຕິດຢູ່ດ້ວຍ.

Description of Use

ໝາກເຂືອຍາວ ມີວິຕາມິນຊີ, ວີຕາມິນເຄ, ມີແຄຊຽມ, ວິຕາມິນເອ, ຟົດສະຟໍ, ທາດເຫຼັກ , ວິຕຕາມິນບີ1, ວິຕາມິນບີ2, ວິຕາມິນບີ3, ວິຕາມິນບີ5, ວິຕາມິນບີ6, ວິນຕາມິນບີ9 , ເບຕາແຄໂລທິນ, ຄາໂບໄຮເດດ, ໂປຕິນ, ພະລັງງານ, ໄຂມັນ, ເສັ້ນໄຍ, ຊ່ວຍຮັກສາພະຍາດຄວາມດັນເລືອດສູງ, ພະຍາດຫຼອດເລືອດແຂງໂຕ, ມິອະນຸມູນອິສະສະ.  ຫຼອດເລືອດຫົວໃຈຕີບ, ພະຍາດເລືອດອອກຕາມແຂ້ວ, ຊ່ວຍບໍາລຸງກະດູກ, ບໍາລຸງແຂ້ວ, ບໍາລຸງປະສາດ, ບໍາລຸງສະໝອງ, ຊ່ວຍລະບົບຂັບຖ່າຍ, ໂລກໜອງໃນ. ໝາກເຂືອຍັງເປັນອາຫານທີ່ສຳຄັນ ສຳຫຼັບຄົນລາວ ແລະ ມີການວາງຂາຍທົ່ວໄປຕາມທ້ອງຕະຫຼາດຕະຫຼອດປີ.

Contribute