ຫົວສີໃຄ ຊ່ວຍບໍາລຸງຮ່າງກາຍໃຫ້ແຂງແຮງ

ຫົວສີໃຄເປັນພືດສະໜູນໄພ ແລະ ເປັນອາຫານ ຄວນປູກໄວ້ໃກ້ບ້ານເພື່ອສະດວກໃນການໃຊ້ສ້ອຍ.
www.sokhaviek.com
https://www.sokhaviek.com/archives/13418

ຫົວສີໃຄເປັນພືດສະໜຸນໄພຊະນິດໜຶ່ງທີ່ໃຫ້ປະໂຫຍດຫຼາຍຢ່າງໃຊ້ເປັນສ່ວນປະກອບໃນການປຸງແຕ່ງອາຫານ, ເປັນເຄື່ອງດື່ມທີ່ຊ່ວຍບໍາລຸງຮ່າງກາຍໃຫ້ແຂງແຮງທັງມີຄຸນປະໂຫຍດເປັນຢາປົວພະຍາດຕື່ມອີກ. ນອກຈາກນີ້ຫົວສີໃຄຍັງສາມາດບໍາລຸງໝາກໄຂ່ຫຼັງ ແລະ ຂັບນ້ຳປັດສະວະ, ຫົວສີໃຄມີສັບພະຄຸນຊ່ວຍບໍາລຸງໝາກໄຂ່ຫຼັງໃຫ້ແຂງແຮງຊ່ວຍໃຫ້ໝາກໄຂ່ຫຼັງເຮັດວຽກໄດ້ດີທັງຍັງຊ່ວຍໃນການສະລະລ້າງ ແລະ ກໍາຈັດຂອງເສຍທີ່ເປັນອັນຕະລາຍຕໍ່ສຸຂະພາບ, ບັນເທົາອາການເຈັບ ແລະ ອັກເສບ, ອາການນອນບໍ່ຫຼັບ, ແກ້ໄຂ້ຫວັດ.
ນອກຈາກນີ້ ຫົວສີໃຄຍັງສມາດຮັກສາພະຍາດເບົາຫວານ, ບໍາລຸງປະສາດ ແລະ ສະໝອງ, ຫຼຸດຄໍເລັດເຕີລອນ, ແກ້ວິນຫົວ, ໜ້າມືດ. ຫົວສີໃຄເປັນສະໝຸນໄພທີ່ມີກິ່ນຫອມສະເພາະໂຕໂດຍທຸບຫົວສີໃຄໃຫ້ຫຍາບໆ 4-5 ຕົ້ນ ໃຫ້ໄດ້ກິ່ນແລ້ວນໍາໄປສູດດົມກິ່ນທີ່ລະເຫີຍອອກມາຂອງຫົວສີໃຄຈະຊ່ວຍແກ້ອາການວິນຫົວ ແລະ ປຸ້ນທ້ອງໄດ້ດີ. 


ຮຽບຮຽງໂດຍ: ຟ້າ, (ໜັງສືພີມເສດຖະກິດ-ສັງຄົມ)

Contribute