ຫົວສີໄຄ / Lemon Grass

Use
Food
Fibre
Income
Medicine
Oil Extract
Ornamental
Scientific Name / Family
Cymbopogon citratus (DC.) Stapf / Poaceae
Synonyms
Andropogon cerifer Hack.
Andropogon ceriferus Hack.
Andropogon citratus DC.
Andropogon citriodorus Desf.
Andropogon fragrans C.Cordem.
Andropogon nardus subsp. ceriferus (Hack.) Hack.
Andropogon nardus var. ceriferus (Hack.) Hack.
Andropogon roxburghii Nees ex Steud.
Other Names
Chinese: 香茅 xiang mao
Eng: Oil Grass
Botanical Description

ເປັນພືດລົ້ມລຸກອາຍຸຫຼາຍປີ, ມີລຳເຫງົ້າໃຕ້ດິນສັ້ນ, ລຳຕົ້ນເກີດເປັນກະຈຸກ, ລຳຕົ້ນ ແລະ ໃບ ສູງເຖິງ 1.5 ມ, ລຳຕົ້ນເປັນຂໍ້ສັ້ນໆໃກ້ດີນ. ກາບໃບກ້ຽງ ຍາວ 20-30 ຊມ, ມີສີອອກຂຽວດ້ານໃນ, ອົບກອດກັນແໜ້ນ ບໍລິເວນກົກຈະພອງອອກ, ມີຝຸ່ນແປ້ງດ້ານລຸ່ມໃກ້ຂໍ້. ໃບ ຮູບຂອບຂະໜານ, ກ້ວາງ 0.5-1.5 ຊມ, ຍາວ 30-90 ຊມ, ຜິວໃບທັງສອງດ້ານມີຂົນຫຍາບ, ຖານໃບແຄບ, ປາຍໃບຍາວຮຽວແຫຼມ, ລີ້ນໃບປະມານ 1 ມມ; ເສັ້ນກ່າງກາງໃບຈະນູນທາງດ້ານລຸ່ມ. ດອກ ອອກເປັນຊໍ່ແບບແຕກແໜງ, ສູງເຖິງ 50 ຊມ, ກ້ານຮຽວສ່ວນປາຍຢ່ອນລົງ, ດອກມີຂະໜາດນ້ອຍຈຳນວນຫຼາຍ, ກາບ ແລະ ກີບດອກຄ້າຍຄືດອກຫຍ້າ.

Description of Use

ປິ່ນປົວພະຍາດ: ໄລ່ລົມໃນລຳໄສ້ ແລະ ແກ້ເຈັບທ້ອງ. ສ່ວນທີ່ໃຊ້: ເຫງົ້າ ແລະ ລຳຕົ້ນແກ່. ວິທີການນຳໃຊ້: ໃຊ້ເຫງົ້າ ຫຼື ລຳຕົ້ນແກ່ມາຕົ້ມດື່ມຈະຊ່ວຍໄລ່ລົມໃນລຳໄສ້ ຫຼື ມີອາການເຈັບທ້ອງກໍ່ຈະເຮັດໃຫ້ດີຂຶ້ນ. 
ການປູກຂະຫຍາຍພັນ: ສີໄຄເປັນພືດທີ່ປູກໄດ້ງ່າຍສາມາດປູກໄດ້ໃນດິນເກືອບທຸກປະເພດ ຂະຫຍາຍພັນດ້ວຍການແຍກເຫງົ້າເຊິ່ງເປັນວິທີທີ່ງ່າຍໄດ້ຮັບຜົນຜະລິດໄວ ແລະ ວິທີການກ້າແກ່ນກໍໄດ້ເຊັ່ນດຽວກັນ.

Contribute